ການສ້າງຮູບແບບທີ່ມີຄວາມໝາຍ
ທ່ານພັນເອກ ຫງວຽນແທ່ງຈູງ, ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 971 ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ກໍານົດຕ້ອງເລີ່ມຈາກວຽກງານແນວຄິດ. ພະນັກງານ, ສະມາຊິກພັກ, ນັກຮົບແຕ່ລະຄົນຕ້ອງເຂົ້າໃຈຢ່າງຈະແຈ້ງວ່າ ເປັນຫຍັງຈຶ່ງຕ້ອງຮໍ່າຮຽນຕາມລຸງໂຮ່, ຮຽນເພື່ອເຮັດຫຍັງ, ເຮັດແນວໃດ. ບໍ່ຕ້ອງຈັດວາງ ຫຼືມີລັກສະນະເປັນຮູບການ, ແຕ່ຕ້ອງປຸກລຸກ, ສ້າງກໍາລັງໜູນພາຍໃນ. ພຽງແຕ່ໃນຂະນະນັ້ນ, ການຮໍ່າຮຽນຈະເຂົ້າສູ່ລວງເລິກ, ກາຍເປັນການກະທໍາດ້ວຍຄວາມຕື່ນຕົວ.
ຄຽງຂ້າງບັນດາການເຄື່ອນໄຫວຫົວເລື່ອງສະເພາະປະຈຳປີແລ້ວ, ກອງພັນໃຫຍ່ຍັງຈັດຕັ້ງບັນດາການເຄື່ອນໄຫວທີ່ອຸດົມສົມບູນ ຄື: ການໂອ້ລົມສົນທະນາ “ສົມກັບຊື່ສຽງລືຊາຂອງທະຫານລຸງໂຮ່ ຕະຫຼອດໄປ”, ເວທີສົນທະນາ “ຊາວໜຸ່ມປະຕິບັດຕາມຄຳສອນຂອງລຸງໂຮ່”, ໄລຍະທາງ “ລາຍງານຜົນງານຖະຫວາຍແດ່ ລຸງໂຮ່”, ການປະກວດເລົ່າເລື່ອງ, ການຂຽນຄວາມຮູ້ສຶກ, ພົບປະແລກປ່ຽນກັບນັກຮົບເກົ່າ, ຢ້ຽມຢາມຫໍພິພິທະພັນ, ເຂດອະນຸສອນປະທານ ໂຮ່ຈີມິນ...
    |
 |
ຮໍ່າຮຽນຕາມລຸງໂຮ່, ພະນັກງານ, ນັກຮົບກອງພັນໃຫຍ່ 971 ຕັ້ງໜ້າປ່ຽນແປງໃໝ່, ຍົກສູງຄຸນນະພາບການຝຶກຊ້ອມ. ພາບ: ເລໄຕ |
ໂດຍບໍ່ໄດ້ຢຸດຢູ່ແຕ່ວຽກງານໂຄສະນາເຜີຍແຜ່ເທົ່ານັ້ນ, ກອງພັນໃຫຍ່ 971 ຫາກຍັງໄດ້ປ່ຽນແປງໃໝ່ຢ່າງກ້າຫານ ດ້ວຍບັນດາຮູບແບບການຮໍ່າຮຽນຕາມລຸງໂຮ່, ສອດຄ່ອງກັບຈຸດພິເສດຂອງກົມກອງ. ໃນນັ້ນ, ຮູບແບບ “ກຸ່ມ Zalo ຂອງບັນດາຄອບຄົວທະຫານ ແລະຄະນະພັກ, ກົມກອງ” ແມ່ນຈຸດພົ້ນເດັ່ນ. ການເຊື່ອມຕໍ່ໂດຍກົງລະຫວ່າງບັນດາຜູ້ບັນຊາການກົມກອງ ແລະຍາດຕິພີ່ນ້ອງຂອງນັກຮົບຜ່ານສື່ສັງຄົມອອນລາຍ ໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງແນວຄິດ, ລະດົມກຳລັງໃຈ, ສ້າງຄວາມເຫັນດີເຫັນພ້ອມຈາກຄອບຄົວຕໍ່ກົມກອງ. ນັບແຕ່ປີ 2023 ມາຮອດປະຈຸບັນ, ກົມກອງຍັງບໍ່ທັນມີນັກຮົບຄົນໃດລະເມີດລະບຽບວິໄນຢ່າງຮ້າຍແຮງ.
ພ້ອມກັນນັ້ນ, ຮູບແບບ “3 ຮ່ວມ ແລະ 3 ບໍ່ຕິດພັນ” ທີ່ຈັດໃຫ້ຖັນແຖວພະນັກງານຮາກຖານ ກໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ພະນັກງານທຸກຂັ້ນຕ້ອງ “ກິນ, ດຳລົງຊີວິດ, ເຮັດວຽກຮ່ວມກັນ” ກັບບັນດານັກຮົບ, ພ້ອມທັງບໍ່ໃຫ້ “ຕິດຢູ່ກັບຕຽງ, ຫ້ອງການ, ແລະໂທລະສັບ”. ຍ້ອນແນວນັ້ນ, ຄວາມສະໜິດຕິດພັນລະຫວ່າງພະນັກງານ ແລະນັກຮົບໄດ້ຮັບການປັບປຸງ, ນໍ້າໃຈຖານສະຫາຍ, ເພື່ອນຮ່ວມກົມກອງນັບມື້ນັບໝັ້ນແກ່ນ, ບົດບາດໃນການເປັນແບບຢ່າງກໍ່ໄດ້ຮັບການເສີມຂະຫຍາຍຢ່າງແທ້ຈິງ.
ພິເສດແມ່ນຮູບແບບສົມທົບກັນຕີລາຄາຜົນການຮ່ຳຮຽນ ແລະປະຕິບັດຕາມລຸງໂຮ່ ກັບການຈັດປະເພດສະມາຊິກພັກປະຈຳເດືອນ ໄດ້ສ້າງການຫັນປ່ຽນຢ່າງຈະແຈ້ງກ່ຽວກັບຄຸນນະພາບການດໍາເນີນຊີວິດໜ່ວຍພັກ. ການຕີລາຄາຢ່າງເປັນປະຈໍາ, ຕໍ່ເນື່ອງຈະຊ່ວຍໃຫ້ຄົ້ນພົບບັນຫາໂດຍໄວ, ແກ້ໄຂ, ສະກັດກັ້ນປະກົດການທີ່ມີລັກສະນະເປັນຮູບການໄດ້ທັນເວລາ. ຜ່ານພຶດຕິກໍາຕົວຈິງໄດ້ສະແດງໃຫ້ເຫັນວ່າ ອັດຕາສະມາຊິກພັກທີ່ເຮັດສຳເລັດໜ້າທີ່ຢ່າງດີເດັ່ນໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດພາຍຫຼັງນຳໃຊ້ຮູບແບບນີ້.
ປະຕິບັດຕາມດ້ວຍການກະທໍາທີ່ແທດຈິງ
ສຳລັບພະນັກງານ, ນັກຮົບກອງພັນໃຫຍ່ 971, ການຮ່ຳຮຽນ ແລະປະຕິບັດຕາມລຸງໂຮ່ ບໍ່ພຽງແຕ່ຈຳກັດຢູ່ໃນຄ້າຍຄູ, ສະໜາມຝຶກຊ້ອມເທົ່ານັ້ນ ຫາກຍັງແຜ່ຂະຫຍາຍຢ່າງແຂງແຮງໃນການເຄື່ອນໄຫວຊ່ວຍເຫຼືອປະຊາຊົນອີກດ້ວຍ. ໃນຊຸມປີຜ່ານມາ, ກອງພັນໃຫຍ່ ໄດ້ລະດົມພະນັກງານ, ນັກຮົບນັບໝື່ນເທື່ອຄົນເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໄພທຳມະຊາດ, ກູ້ຊີບກູ້ໄພຢູ່ນະຄອນ ດ່າໜັງ ແລະແຂວງ ກວາງນາມ. ສະເພາະ, ວຽກງານດັບໄຟໄໝ້ປ່າ, ມີທະຫານ 6.000 ກວ່າເທື່ອຄົນໄດ້ເຂົ້າຮ່ວມໂດຍກົງຢູ່ບັນດາບໍລິເວນຕົ້ນຕໍຂອງນະຄອນ ດ່າໜັງ ຄື: ເມືອງ ເຊີນຈ່າ, ກິ່ວ ຫາຍເວິນ, ຕາແສງ ຮ່ວາຝູ (ເມືອງຮ່ວາວາງ)...
ໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດ, ກອງພັນໃຫຍ່ ແມ່ນໜຶ່ງໃນບັນດາກຳລັງແຖວໜ້າ, ຮັບປະກັນພະລາທິການ, ຮັບໃຊ້ການແຍກຕົວ, ໜູນຊ່ວຍປະຊາຊົນດ້ວຍຄວາມຮັບຜິດຊອບສູງສຸດ. ບັນດາການກະທຳທີ່ລຽບງ່າຍ, ແທດຈິງນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາພິສູດໃຫ້ເຫັນຄຳສັ່ງສອນຂອງລຸງໂຮ່.
ຜົນງານພົ້ນເດັ່ນພາຍຫຼັງ 10 ປີແຫ່ງການປະຕິບັດຄຳສັ່ງ 05 ແມ່ນ: ອົງຄະນະພັກກອງພັນໃຫຍ່ບັນລຸໄດ້ນາມມະຍົດປອດໃສ, ໝັ້ນຄົງເຂັ້ມແຂງໃນຫຼາຍປີຜ່ານມາ; ໃນນັ້ນມີ 3 ປີບັນລຸໄດ້ນາມມະຍົດ “ປອດໃສ, ໝັ້ນຄົງເຂັ້ມແຂງຮອບດ້ານ” (2015, 2020, 2023). ກົມກອງເປັນກຽດໄດ້ຮັບທຸງແຂ່ງຂັນ ແລະໃບຍ້ອງຍໍຂອງກອງບັນຊາການທະຫານເຂດ 5 ແລະຄະນະກໍາມະການປະຊາຊົນ ນະຄອນ ດ່າໜັງ, ກາຍເປັນຈຸດພົ້ນເດັ່ນໃນຂະບວນການແຂ່ງຂັນຮັກຊາດຂອງກຳລັງປະກອບອາວຸດນະຄອນ.
ການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ຢູ່ກອງພັນໃຫຍ່ 971 ໄດ້ກາຍເປັນຄວາມຕ້ອງການດ້ວຍຕົນເອງ, ເປັນກຳລັງໜູນເພື່ອປຸກລຸກເຈດຈຳນົງ, ຄຸນທາດ ແລະຄຸນສົມບັດອັນສູງສົ່ງຂອງທະຫານລຸງໂຮ່. ຈາກການກະທຳທີ່ລຽບງ່າຍໄປສູ່ຂໍ້ລິເລີ່ມທີ່ເຕັມໄປດ້ວຍການປະດິດຄິດສ້າງ, ກອງພັນໃຫຍ່ ພວມສືບຕໍ່ສ້າງໜ້າປະຫວັດສາດທີ່ສວຍງາມໃນໄລຍະທາງແຫ່ງການປະຕິບັດຕາມແບບຢ່າງຂອງລຸງໂຮ່, ເພື່ອໃຫ້ນັກຮົບແຕ່ລະຄົນໃນປະຈຸບັນ ຍາມໃດກໍ່ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະຮັກແພງຂອງພັກ, ລັດ ແລະປະຊາຊົນ.
ໂດຍ: ຈາງຫງວຽນ