ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ເຫຼົ່າຮົບຊ່າງແສງໄດ້ເຊື່ອມຊຶມ, ຜັນຂະຫຍາຍ, ປະຕິບັດມະຕິ, ຄໍາສັ່ງຊີ້ນຳຂອງຂັ້ນສູງຢ່າງເຂັ້ມງວດ; ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນຕໍ່ໜ້າຜົນກະທົບຈາກພະຍາດໂຄວິດ-19, ຜັນຂະຫຍາຍວຽກງານທຸກດ້ານ, ສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ກອງບັນຊາການເຫຼົ່າຮົບຊ່າງແສງກໍາແໜ້ນສະພາບການ, ເປັນເຈົ້າການເປັນເສນາທິການໃຫ້ກະຊວງປ້ອງກັນປະເທດປະກາດໃຊ້ຄໍາສັ່ງວຽກງານຊ່າງແສງ, ແນະນໍາການຝຶກອົບຮົມສະເພາະຂະແໜງຊ່າງແສງໃນປີ 2021 ໃນທົ່ວກອງທັບ; ຊີ້ນໍາກົມກອງຊ່າງແສງປະຕິບັດໜ້າທີ່ຊອກຫາ, ເກັບກູ້ລະເບີດບໍ່ທັນແຕກຫຼັງສົງຄາມ; ຈັດຕັ້ງການແຂ່ງຂັນກິລາຊ່າງແສງໃນທົ່ວກອງທັບປີ 2021 ໃຫ້ສໍາເລັດຜົນ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຝຸເຊີນ.

ກ່າວຄໍາເຫັນສະຫຼຸບການເຮັດວຽກ, ທ່ານພົນເອກ ຟານວັນຢາງ ຮັບຮູ້, ຍ້ອງຍໍຊົມເຊີຍຜົນງານພົ້ນເດັ່ນທີ່ເຫຼົ່າຮົບຊ່າງແສງບັນລຸໄດ້ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ໂດຍສະເພາະແມ່ນການຜັນຂະຫຍາຍບັນດາໂຄງການ, ແຜນການຕົ້ນຕໍ, ເຂົ້າຮ່ວມການແຂ່ງຂັນກິລາການທະຫານສາກົນ.

ທ່ານພົນເອກ ຟານວັນຢາງ ໃສ່ໃຈວ່າ ເຫຼົ່າຮົບຊ່າງແສງຄວນເອົາໃຈໃສ່ສ້າງຄວາມສາມັກຄີ, ເຫັນດີເປັນເອກະພາບສູງ; ສ້າງອົງຄະນະພັກເຫຼົ່າຮົບໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດ; ບັນດາອົງການ, ກົມກອງຕ້ອງໝັ້ນຄົງເຂັ້ມແຂງຮອບດ້ານ, ກຽມພ້ອມຮັບ ແລະສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃນທຸກສະຖານະການ. ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງຕັ້ງໜ້າປະຕິບັດວຽກງານກະກຽມເປັນຢ່າງດີເພື່ອໃຫ້ໜ່ວຍຊ່າງແສງ ເລກທີ 1 ກຽມພ້ອມເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ ຕາມແຜນການທີ່ໄດ້ກໍານົດ; ຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ; ເອົາໃຈໃສ່, ເບິ່ງແຍງດູແລຍົກສູງຄຸນນະພາບຊີວິດການເປັນຢູ່, ສຸຂະພາບໃຫ້ແກ່ທະຫານ; ຈັດຕັ້ງກອງປະຊຸມໃນທ້າຍປີຮັບປະກັນຄຸນນະພາບ, ມີປະສິດທິຜົນ, ປອດໄພ.

ໂດຍ: ຈາງຫງວຽນ