leftcenterrightdel
ຜູ້ຕາງໜ້າບັນດາກົມກອງມອບຂອງຂວັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນຢູ່ເມືອງກະລຶມ, ແຂວງເຊກອງ, ປະເທດລາວ. ພາບ: ຫວໍຕ໊ຽນ.

ຢູ່ດ່ານຊາຍແດນອາເດີດ-ຕາວ່າງ, ຕາງໜ້າຄະນະປະຕິບັດງານ, ທ່ານ ໂຮ່ວັນງືມ ຮອງປະທານຄະນະກໍາມະການປະຊາຊົນເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະມອບເຂົ້າສານ 3 ໂຕນ, ເກືອ 500 ກິໂລຣາມ, ນ້ຳມັນ 130 ຂວດໃຫ້ 130 ຄອບຄົວຂອງບ້ານກາໂລ ແລະເຂດຄອບຄົວທະຫານ, ກອງຮ້ອຍທະຫານຊາຍແດນ 531 ແລະປ້ອມຕໍາຫຼວດຕາວ່າງ; ມອບເສື້ອກັນໜາວ 100 ຜືນໃຫ້ນັກຮຽນຂອງບ້ານກາໂລ. ຍອດມູນຄ່າຂອງຂວັນແມ່ນກວ່າ 77 ລ້ານດົ່ງ.

ນອກຈາກນັ້ນ, ບັນດາກົມກອງຍັງມອບຂອງຂວັນ 100 ພູດໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ບ້ານອາຕີນ, ຕາແສງເລິມເດີດ (ຂອງຂວັນແຕ່ລະພູດ, ລວມມີ: ເຂົ້າສານ, ໝີ່ສຳເລັດຮູບ ແລະເງິນສົດ), ລວມມູນຄ່າທັງໝົດ 26 ລ້ານດົ່ງ.

ໃນວັນດຽວກັນ, ຄະນະຜູ້ແທນສັງກັດກອງບັນຊາການທະຫານແຂວງສາລະວັນ, ປະເທດລາວ ທີ່ພວມເຂົ້າຮ່ວມຊຸດຝຶກອົບຮົມວິຊາການທະຫານຊາຍແດນຢູ່ແຂວງເທື່ອທຽນເຫວ້ ໄດ້ໄປຢ້ຽມຢາມຄ້າຍທະຫານຊາຍແດນດ່ານຊາຍແດນ ທ່າກໍາປັ່ນ ເຈິນໄມ.

ໂດຍ: ເຈິ່ນຮວ່ຽນ