ວັນທີ 19 ກັນຍາ, ຢູ່ດ່ານຊາຍແດນ ແຄ໊ງບີ່ງ (ເມືອງອານຟູ, ແຂວງອານຢາງ), ຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະຄະນະຜູ້ແທນສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໄດ້ຈັດຕັ້ງພິທີມອບຮັບເຮືອນແຫ່ງມະຫາສາມັກຄີ ແລະມອບຂອງຂວັນໃຫ້ບັນດາຄອບຄົວຊາວກໍາປູເຈຍ, ຊາວຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນສອງປະເທດ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ແລະກໍາປູເຈຍ  ມອບຂອງຂວັນໃຫ້ບັນດາຄອບຄົວຊາວກໍາປູເຈຍ ແລະຊາວຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ ຫວຽດນາມ-ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນກິດຈະກຳຢູ່ນອກກອງປະຊຸມສາກົນກ່ຽວກັບການກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ກໍາປູເຈຍ ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ ຄັ້ງທີ 6 ປີ 2022 ເຊິ່ງໄດ້ຈັດຂຶ້ນຢູ່ແຂວງອານຢາງ ໃນວັນທີ 20 ກັນຍາ.

ທີ່ພິທີ, ຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະຄະນະຜູ້ແທນສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໄດ້ມອບເຮືອນແຫ່ງມະຫາສາມັກຄີ ຈໍານວນ 10 ຫຼັງ ແລະມອບຂອງຂວັນ 300 ພູດ (ແຕ່ລະເບື້ອງມີເຮືອນ 5 ຫຼັງ, ຂອງຂວັນ 150 ພູດ).

ໂດຍ: ເຈິ່ນຮວ່ຽນ