leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: baochinhphu.vn.

ຫຼັກໝັ້ນຂອງຫວຽດນາມ ແມ່ນເປັນທີ່ຈະແຈ້ງ, ສະເໝີຕົ້ນສະເໝີປາຍ ແລະໄດ້ຢັ້ງຢືນໃນຫຼາຍປີຜ່ານມາ ຕໍ່ກັບເລື່ອງໄຕ້ຫວັນ ດຳເນີນການຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ ຢ່າງຮ້າຍແຮງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະຄວາມໝັ້ນຄົງຂອງການເດີນທະເລ; ກໍ່ຄວາມເຄັ່ງຕຶງ ແລະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະຮຽກຮ້ອງໃຫ້ໄຕ້ຫວັນ ຍົກເລີກການເຄື່ອນໄຫວຜິດກົດໝາຍດັ່ງກ່າວ ແລະບໍ່ມີການກະທຳຄືແນວນີ້ອີກ.

ໂດຍ: ແສງເດືອນ