leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

“ເລື່ອງ ຈີນ ດໍາເນີນການຊ້ອມຮົບຢູ່ເຂດໝູ່ເກາະຮວ່າງຊາ ແມ່ນການລະເມີດອະທິປະໄຕຂອງຫວຽດນາມ ຢ່າງຮ້າຍແຮງສໍາລັບໝູ່ເກາະນີ້, ໄປຝືນກັບເນື້ອໃນຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ເປັນປະໂຫຍດໃຫ້ແກ່ວິວັດການເຈລະຈາໃນປັດຈຸບັນລະຫວ່າງຈີນ ແລະອາຊຽນ ກ່ຽວກັບກົດແຫ່ງການປະພຶດລະຫວ່າງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແລະການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະຮ່ວມມືຢູ່ທະເລຕາເວັນອອກ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະຮຽກຮ້ອງໃຫ້ ຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະຮວ່າງຊາ, ບໍ່ດໍາເນີນການກະທໍາທີ່ຄ້າຍຄືກັນອີກ”.

ໂດຍ: ໄຊຊະນະ