ທີ່ການໂອ້ລົມສົນທະນາ, ບັນດານັກບັນລະຍາຍໄດ້ແລກປ່ຽນເນື້ອໃນທີ່ກ່ຽວຂ້ອງເຖິງ 40 ປີແຫ່ງການປະຕິບັດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982; ຕີລາຄາຄວາມສໍາຄັນຂອງ UNCLOS 1982 ໃນການສ້າງຕັ້ງກົນໄກແກ້ໄຂການແກ່ງແຍ້ງກັນແບບບັງຄັບເມື່ອມີກໍລະນີເກີດຂຶ້ນ, ປະກອບສ່ວນຢຸດຕິຄວາມຂັດແຍ້ງກັນ ແລະຄວາມເຄັ່ງຕຶງຢູ່ທະເລທີ່ແກ່ຍາວມາໄລຍະຍາວ; ຊ່ວຍບັນດາປະເທດຈັດແຍກ, ຄຸ້ມຄອງທະເລຢ່າງມີປະສິດທິຜົນກວ່າອີກ; ສະໜອງກົນໄກແກ້ໄຂການປະທະກັນຢ່າງມີປະສິດທິຜົນ. ບັນດານັກບັນລະຍາຍ ກໍ່ທົບທວນຄືນບັນດາໝາກຜົນທີ່ພົ້ນເດັ່ນພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍກົດໝາຍວ່າດ້ວຍທະເລຫວຽດນາມ.

leftcenterrightdel
ນັກບັນລະຍາຍແລກປ່ຽນທີ່ການໂອ້ລົມສົນທະນາ. ພາບ: ມິງແອງ

ລາຍການອອກອາກາດໃນເວລາ 20 ໂມງ 45 ນາທີ, ວັນທີ 19 ມິຖຸນາ ທີ່ຊ່ອງບັນດາພື້ນຖານດີຈີຕອນຂອງໂທລະພາບສະພາແຫ່ງຊາດຫວຽດນາມ; ບັນດາແຂວງ, ນະຄອນທີ່ຕິດກັບທະເລໃນທົ່ວປະເທດໄດ້ຖ່າຍທອດລາຍການດັ່ງກ່າວ.

ໂດຍ: ຈາງຫງວຽນ