ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ຫງວຽນມີງຫວູ, ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ, ປະທານຄະນະກຳມະການປະສົມຊາຍແດນ ຫວຽດນາມ - ກຳປູເຈຍ; ຄະນະຜູ້ແທນກຳປູເຈຍ ນໍາໂດຍທ່ານ  Var Kim Hong, ລັດຖະມົນຕີອາວຸໂສຮັບຜິດຊອບບັນຫາຊາຍແດນ, ປະທານຄະນະກຳມະການປະສົມຊາຍແດນ ກຳປູເຈຍ-ຫວຽດນາມ.

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກກອງປະຊຸມ. ພາບ: biengioilanhtho.gov.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຫຼາຍເນື້ອໃນກ່ຽວຂ້ອງເຖິງການຮັບປະກັນສະຖຽນລະພາບຂອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ເພື່ອປະກອບສ່ວນປັບປຸງ ແລະສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະການຮ່ວມມືພ້ອມກັນພັດທະນາລະຫວ່າງສອງປະເທດ, ຄື: ວາງແຜນການແກ້ໄຂບັນດາຫຼັກໝາຍຊາຍແດນເກົ່າທີ່ຍັງຄົງຄ້າງຢູ່ໃນເຂດທີ່ປະຕິບັດສໍາເລັດການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ; ແກ້ໄຂບາງຫຼັກໝາຍຊາຍແດນທີ່ເປ່ເພເສຍຫາຍ, ດິນເຈື່ອນ ຫຼື ມີຄວາມສ່ຽງຕໍ່ການເກີດດິນເຈື່ອນ; ການສຳຫຼວດພື້ນທີ່ຕົວຈິງ...

ສອງຝ່າຍໄດ້ຢືນຢັນເຖິງຄວາມຕັດສິນໃຈ ແລະມານະພະຍາຍາມຊອກຫາມາດຕະການແກ້ໄຂທີ່ຍຸຕິທຳ ແລະສົມເຫດສົມຜົນ ເຊິ່ງສອງຝ່າຍເຫັນດີພ້ອມກັນຍອມຮັບເພື່ອຂີດເສັ້ນ, ປັກຫຼັກໝາຍຊາຍແດນຢູ່ເສັ້ນຊາຍແດນທີ່ຍັງເຫຼືອ 16%; ພ້ອມກັນນັ້ນ, ກໍ່ເຫັນດີເປັນເອກະສັນກ່ຽວກັບຄວາມຈຳເປັນຂອງການສ້າງສັນຍາວ່າດ້ວຍກົດລະບຽບຊາຍແດນສະບັບໃໝ່ ເພື່ອທົດແທນໃຫ້ສັນຍາວ່າດ້ວຍກົດລະບຽບຊາຍແດນທີ່ໄດ້ລົງນາມເມື່ອປີ 1983 ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ວຽກງານສົມທົບກັນຄຸ້ມຄອງຊາຍແດນລວມ.

ໂດຍ: ທະນາພອນ