ຄະນະປະຕິບັດງານທະຫານເຮືອເຂດ 2 ໄດ້ພົບປະກັບຊາວປະມົງ, ແຈກເອກະສານກວ່າ 2.000 ຊຸດ ແລະໂຄສະນາ, ແລກປ່ຽນ, ແຈ້ງໃຫ້ຊາບກ່ຽວກັບສັນຍາວ່າດ້ວຍການກໍານົດແບ່ງເຂດແດນຢູ່ທະເລລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ; ບັນດາເອກະສານນິຕິກໍາກ່ຽວກັບທະເລ ແລະການຂຸດຄົ້ນ, ຫາສິນທະເລຢ່າງປອດໄພ, ຍືນຍົງ, ຖືກກັບກົດໝາຍຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຕ້ານການຂຸດຄົ້ນຢ່າງຜິດກົດໝາຍ; ແຈ້ງໃຫ້ຊາບກ່ຽວກັບບັນດາກໍາປັ່ນຂອງທະຫານເຮືອ ທີ່ພວມຮັບໃຊ້ເພື່ອຮັບປະກັນພາລະທິການ, ເຕັກນິກ, ເບີຕິດຕໍ່ ເພື່ອພ້ອມແລ້ວທີ່ຈະຊ່ວຍເຫຼືອຊາວປະມົງເມື່ອເຄື່ອນໄຫວຢູ່ທະເລ.

leftcenterrightdel
ມອບທຸງຊາດໃຫ້ແກ່ຊາວປະມົງ. ພາບ: ເກື່ອງແທັ່ງ.

ຄະນະປະຕິບັດງານ ໄດ້ມອບທຸງຊາດ 1.000 ຜືນ, ເສື້ອຊູຊີບ 300 ຜືນ ແລະມອບຂອງຂວັນ 30 ພູດ ໃຫ້ແກ່ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ, ການແພດທະຫານເຮືອເຂດ 2 ກໍ່ໄດ້ຈັດການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ຊາວປະມົງເກືອບ 300 ຄົນ.

ໂດຍ: ທູຈາງ