ໃນການປະຕິວັດອຸດສາຫະກໍາ ຄັ້ງທີ 4 (ອຸດສາຫະກໍາ 4.0) ພວມພັດທະນາຢ່າງແຮງ, ສ້າງການປ່ຽນແປງຢ່າງເລິກເຊິ່ງໃນທຸກດ້ານຂອງຊີວິດສັງຄົມທົ່ວໂລກ, ອີງຕາມບັນດາຜົນງານບຸກທະລຸດ້ານວິທະຍາສາດ ແລະເຕັກໂນໂລຢີ, ຄື: ປັນຍາ ປະດິດ (AI), ຂໍ້ມູນໃຫຍ່ (Big data), ອິນເຕີແນັດເຊື່ອມຕໍ່ທຸກອຸປະກອນ (IoT), ຮຸ່ນຍົນ (robotics),  ຊີວະສາດສັງລວມ (synthetic biology) ແລະບາງຂົງເຂດວິທະຍາສາດເຕັກໂນໂລຢີອື່ນ. ການໝູນໃຊ້ບັນດາຜົນງານດ້ານວິທະຍາສາດເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0 ໃນຂົງເຂດການທະຫານ, ການປ້ອງກັນຊາດໄດ້ສ້າງເປັນບັນດາລະບົບອາວຸດຍຸດທະພັນຮຸ່ນໃໝ່ດ້ວຍຄວາມສາມາດບຸກທະລຸ, ເຮັດໃຫ້ປະກົດມີບັນດາຮູບຖານສົງຄາມ, ວິທີການສູ້ຮົບ ແລະຝຶກແອບໃໝ່.

ຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0 ເຖິງການເຄື່ອນໄຫວດ້ານການທະຫານ, ການປ້ອງກັນຊາດໃນໂລກ

ປັນຍາປະດິດ, ຂໍ້ມູນໃຫຍ່, ຮຸ່ນຍົນ ຈະມີຜົນກະທົບໃຫຍ່ທີ່ສຸດເຖິງການຕັດສິນໃນການສູ້ຮົບ. ເມື່ອບັນດາລະບົບອາວຸດຍຸດທະພັນ ແລະເຕັກນິກທີ່ໄດ້ປະກອບເຕັກໂນໂລຢີນີ້, ການຕັດສິນ ຫຼືຄຳປຶກສາເພື່ອຕັດສິນຈະດຳເນີນໄວທີ່ສຸດຊ່ວຍສ້າງທ່າໄດ້ປຽບຢ່າງແນ່ນອນຢູ່ສະໜາມຮົບ. ບັນດາປະເທດໄດ້ ແລະພວມຊ່ວງເສັງເພື່ອນຳໃຊ້ບັນດາຄວາມສາມາດນີ້ແນໃສ່ສ້າງທ່າໄດ້ປຽບເຊິ່ງພວກມັນຈະນຳມາໃຫ້.

leftcenterrightdel
ພົນໂທ ເລຮຸຍວິ້ງ ກວດກາວຽກງານຜະລິດ, ສ້ອມແປງຢູ່ໂຮງງານ Z133 (ກົມໃຫຍ່ເຕັກນິກ), ໃນວັນທີ 31 ພຶດສະພາ 2022. ພາບ: ຫງວຽນບັ່ງ.

ບັນດາເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0 ຈະຊ່ວຍບັນດາປະເທດປ່ຽນແປງແບບວິທີຈັດຕັ້ງປະກອບອາວຸດຍຸດທະພັນ, ເຂົາເຈົ້າອາດສາມາດຫັນປ່ຽນຈາກບັນດາລະບົບອາວຸດທີ່ມີລາຄາແພງຈຳນວນໜ້ອຍໃນປະຈຸບັນມາເປັນປະເພດອາວຸດໜ້ອຍກວ່າ, ສະຫຼາດກວ່າ ແລະລາຄາຖືກກວ່າ, ພິເສດແມ່ນຍົນບໍ່ມີຄົນຂັບແບບອັດຕະໂນມັດດ້ວຍຄວາມສາມາດທຳລາຍໃຫຍ່ທີ່ສຸດ. ບັນດາລະບົບອາວຸດໃໝ່ທີ່ປະກອບເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0 ໄດ້ສະແດງໃຫ້ເຫັນລັກສະນະດີເລີດໃນສະໜາມຮົບຜ່ານບັນດາການປະທະກັນໃນມໍ່ໆມານີ້ຢູ່ໃນໂລກ. ການປະທະກັນ Nagorno-Karabakh 2020 ລະຫວ່າງ ອາກເມນີ ແລະອາແຊກໄບຊານ ດ້ວຍໄຊຊະນະຂອງ ອາແຊກໄບຊານ, ແມ່ນຍ້ອນອີງໃສ່ ບັນດາ UAV ດ້ວຍການປະກອບເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0. ການປະທະກັນລັດເຊຍ - ອູແກຣນ ກໍ່ສະແດງໃຫ້ເຫັນບົດບາດນັບມື້ນັບສຳຄັນຂອງ UAV, robotics ແລະບັນດາອາວຸດທີ່ມີລັກສະນະຊັດເຈນ ແລະເຕັກໂນໂລຢີສູງ.

ຄວາມຮຽກຮ້ອງຫັນເປັນທັນສະໄໝ ແລະການສູ້ຮົບໃນສະພາບການໃໝ່ຂອງກອງທັບປະຊາຊົນຫວຽດນາມ

ສົງຄາມປົກປັກຮັກສາປະເທດຊາດ, ໃນກໍລະນີເກີດຂຶ້ນ, ຈະແມ່ນສົງຄາມເຕັກໂນໂລຢີສູງ, ດ້ວຍອາວຸດທັນສະໄໝຫຼາຍປະເພດ, ມີລະດັບຊັດເຈນສູງ, ບັນຊາຈາກໄກ, ມີລັກສະນະອັດຕະໂນມັດສູງ, ໃນສະພາບແວດລ້ອມສູ້ຮົບເອເລັກໂຕນິກແຮງ. ພາຫະນະສອດແນມສະຫຼາດ, ບໍ່ມີຄົນຂັບ, ຮຸ່ນຍົນຈະປ່ຽນແທນນັກຮົບເພື່ອຮັບໜ້າທີ່ພິເສດຈຳນວນໜຶ່ງ. ນອກຈາກສົງຄາມເຕັກໂນໂລຢີສູງທີ່ມີລັກສະນະລ້າງຜານດ້ານຟີຊິກ. ເພື່ອສະກັດກັ້ນ ຫຼືເອົາຊະນະໃນການສົງຄາມແບບນີ້, ຕ້ອງເພີ່ມທະວີການໝູນໃຊ້ບັນດາຜົນງານວິທະຍາສາດເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0 ເພື່ອສ້າງເປັນບັນດາລະບົບອາວຸດ ແລະແບບວິທີສູ້ຮົບເໝາະສົມເພື່ອຮັບມືກັບສົງຄາມເຕັກໂນໂລຢີສູງຂອງສັດຕູ.

ພັກເຮົາໄດ້ໃຫ້ຂ້ໍສັງເກດວ່າ ສະພາບການໂລກສືບຕໍ່ຜັນແປຢ່າງວ່ອງໄວ, ສັບສົນ, ຄາດຄະເນໄດ້ຍາກ; ສັນຕິພາບ, ການຮ່ວມມື, ການຮ່ວມສຳພັນ ແລະການພັດທະນາແມ່ນທ່າອ່ຽງຫຼັກ, ແຕ່ວ່າຄວາມແກ່ງແຍ້ງຍຸດທະສາດ, ການປະທະກັນພາກສ່ວນສືບຕໍ່ດຳເນີນພາຍໃຕ້ຫຼາຍຮູບການ, ສັບສົນກວ່າ. ບັນດາປະເທດໃຫຍ່ອາດສາມາດນຳໃຊ້ຫຼາຍຜົນງານຂອງການປະຕິວັດອຸດສາຫະກຳ 4.0 ເພື່ອແຊກແຊງເຂົ້າລະບົບເສດຖະກິດ, ການເມືອງຂອງປະເທດອື່ນ. ບັນດາປະເທດພວມພັດທະນາ, ຖ້າວ່າບໍ່ໝູນໃຊ້ໄດ້ບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0 ຈະນັບມື້ນັບຖອຍຫຼັງ ແລະຂຶ້ນກັບບັນດາປະເທດໃຫຍ່. ພັກເຮົາກໍ່ໄດ້ກຳນົດການກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເປັນເທື່ອລະກ້າວ, ໃນນັ້ນບາງເຫຼົ່າທັບ, ເຫຼົ່າຮົບ, ກຳລັງກ້າວຂຶ້ນທັນສະໄໝ. ເລື່ອງບາງເຫຼົ່າທັບ, ເຫຼົ່າຮົບ, ກຳລັງກ້າວຂຶ້ນທັນສະໄໝແມ່ນຂຶ້ນກັບຄວາມສາມາດໝູນໃຊ້ຜົນງານວິທະຍາສາດເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0... ໃນສະພາບການໂລກພວມຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ ແລະການພັດທະນາຢ່າງວ່ອງໄວຂອງການປະຕິວັດອຸດສາຫະກຳ 4.0, ເພື່ອຊຸກຍູ້ການໝູນໃຊ້ບັນດາຜົນງານຂອງການປະຕິວັດນີ້ໃນຂົງເຂດການທະຫານ, ການປ້ອງກັນຊາດ, ແມ່ນຕ້ອງຄົ້ນຄວ້າ ແລະປະຕິບັດບາງມາດຕະການດັ່ງລຸ້ມນີ້ໃຫ້ເປັນຢ່າງດີ.

ທີໜຶ່ງ, ການພັດທະນາຂອງການປະຕິວັດອຸດສາຫະກຳ 4.0 ແມ່ນທ່າອ່ຽງທີ່ຈຳເປັນຢ່າງເດັດຂາດໃນໂລກ, ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງທຸກດ້ານຂອງຊີວິດສັງຄົມ, ເພາະສະນັ້ນການຍົກສູງຄວາມຮັບຮູ້ໃນທົ່ວກອງທັບກ່ຽວກັບບົດບາດ, ຄວາມສຳຄັນຂອງການໝູນໃຊ້ຜົນງານວິທະຍາສາດເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0 ໃນການຫັນກອງທັບເປັນທັນສະໄໝ. ການໝູນໃຊ້ຜົນງານດ້ານວິທະຍາສາດເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0  ປະສົບຜົນສຳເລັດປະກອບສ່ວນສຳຄັນເຂົ້າໃນການຮັດແຄບຊ່ອງວ່າງກ່ຽວກັບອາວຸດຍຸດທະພັນ ແລະເຕັກນິກເຕັກໂນໂລຢີສູງ, ກຳລັງແຮງການທະຫານຂອງຫວຽດນາມ ເມື່ອທຽບກັບບັນດາປະເທດທີ່ມີພື້ນຖານເສດຖະກິດ ແລະວິທະຍາສາດ ເຕັກໂນໂລຢີກ້າວໜ້າ.

ທີສອງ, ເພີ່ມທະວີແຫຼ່ງກຳລັງຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຢີ ແລະໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳ 4.0 ໃນການທະຫານ, ການປ້ອງກັນຊາດ. ສຸມໃສ່ລົງທຶນຄົ້ນຄວ້າ, ອອກແບບ, ປະດິດສ້າງ ແລະເປັນເຈົ້າບາງລະບົບອາວຸດຍຸດທະພັນ ແລະເຕັກນິກເຕັກໂນໂລຢີສູງແມ່ນມີຄວາມໝາຍຍຸດທະສາດສຳລັບການປ້ອງກັນປະເທດ. ເພື່ອປະຕິບັດໄດ້ສິ່ງນີ້, ຕ້ອງລະດົມແຫຼ່ງກຳລັງຂອງທັງພາກລັດ ແລະວິສາຫະກິດ; ມີກົນໄກລະດົມແຫຼ່ງກຳລັງຈາກພາກເອກະຊົນເຂົ້າຮ່ວມການພັດທະນາອຸດສາຫະກຳປ້ອງກັນຊາດ.

ທີສາມ, ຍູ້ແຮງການຫັນບັນດາລະບົບອາວຸດຍຸດທະພັນ ແລະເຕັກໂນໂລຢີທີ່ມີຢູ່ແລ້ວຂອງກອງທັບປະຊາຊົນຫວຽດນາມ ເປັນທັນສະໄໝ ແລະສະຫຼາດ; ເພີ່ມທະວີການໝູນໃຊ້ເຕັກໂນໂລຢີອື່ນໆຂອງການປະຕິວັດອຸດສາຫະກຳ 4.0.

ທີສີ່, ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະພື້ນຖານໂຄງລ່າງຮັບໃຊ້ການໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳ 4.0 ໃນການທະຫານ, ການປ້ອງກັນຊາດ. ລົງທຶນພັດທະນາສູນຂໍ້ມູນ ແລະແກ້ໄຂຂໍ້ມູນ ການທະຫານ, ຫ້ອງທົດລອງ, ທົດລອງອາວຸດຍຸດທະພັນ ແລະເຕັກນິກທັນສະໄໝຕໍ່ກັບເຕັກໂນໂລຢີການປະຕິວັດອຸດສາຫະກຳ 4.0.

ທີຫ້າ, ເອົາໃຈໃສ່ຍົກສູງຄຸນນະພາບການຝຶກແອບບົນພື້ນຖານໝູນໃຊ້ຜົນງານວິທະຍາສາດເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0. ບັນດາເຫຼົ່າທັບ, ເຫຼ່ົາຮົບ, ກຳລັງຂອງກອງທັບປະຊາຊົນຫວຽດນາມ ຕ້ອງກໍ່ສ້າງແຜນການໄລຍະກາງ ແລະໄລຍະຍາວ ສຳລັບການຫັນປ່ຽນດີຈີຕອນ, ໝູນໃຊ້ວິທະຍາສາດເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0; ເພີ່ມທະວີການສົມທົບກັນລະຫວ່າງ ບັນດາເຫຼົ່າທັບ, ເຫຼົ່າຮົບ, ກຳລັງກັບບັນດາວິສາຫະກິດປ້ອງກັນຊາດ ເພື່ອໃຫ້ບັນດາຜະລິດຕະພັນປະຕິວັດອຸດສາຫະກຳ 4.0 ໄດ້ໝູນໃຊ້, ຕີລາຄາ ແລະປັບປຸງໃຫ້ສຳເລັດຜ່ານວຽກງານຝຶກແອບ, ຝຶກຊ້ອມການທະຫານ.

ການໝູນໃຊ້ຜົນງານວິທະຍາສາດເຕັກໂນໂລຢີຂອງການປະຕິວັດອຸດສາຫະກຳ 4.0 ໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ ແລະການທະຫານ, ການປ້ອງກັນຊາດແມ່ນທ່າອ່ຽງພັດທະນາທີ່ຈຳເປັນໃນໂລກ. ເພື່ອປະກອບສ່ວນສ້າງສາ ແລະປົກປັກຮັກສາປະເທດຊາດຈາກຫົວທີ, ແຕ່ໄກ, ກອງທັບປະຊາຊົນຫວຽດນາມ ຕ້ອງຊາບຊຶມຢ່າງເລິກເຊິ່ງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດກ່ຽວກັບການປະຕິວັດອຸດສາຫະກຳ 4.0 ໃນການຄົ້ນຄວ້າ, ພັດທະນາອາວຸດຍຸດທະພັນ ແລະເຕັກນິກໃໝ່ທີ່ປະກອບເຕັກໂນໂລຢີການປະຕິວັດອຸດສາຫະກຳ 4.0 ກໍ່ຄືໃນການເຄື່ອນໄຫວຝຶກແອບ, ກຽມພ້ອມສູ້ຮົບ.

ພົນໂທ, ປອ ເລຮຸຍວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.