ໃນບັນດາການພົບປະຂັ້ນສູງ, ວົງການເຈົ້າໜ້າທີ່ຫຼາຍປະເທດ ໄດ້ສະແດງຄວາມເຫັນດີຕໍ່ທັດສະນະຂອງຫວຽດນາມ ໃນບັນຫາດັ່ງກ່າວ. ໃນການຢ້ຽມຢາມຫວຽດນາມ ເມື່ອເດືອນພຶດສະພາຜ່ານມາ, ທີ່ບັນດາການພົບປະເຈລະຈາ ກັບການນໍາຫວຽດນາມ, ທ່ານ Kishida Fumio, ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ Tan Chuan-Jin ປະທານສະພາແຫ່ງຊາດສິງກະໂປ... ລ້ວນແຕ່ເນັ້ນໜັກເຖິງຄວາມສໍາຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາຄວາມຂັດແຍ້ງກັນ ໂດຍສັນຕິວິທີ.

leftcenterrightdel
ນັກຮົບທະຫານເຮືອຫວຽດນາມ ທີ່ເກາະດາລາດ ຂຶ້ນກັບໝູ່ເກາະເຈື່ອງຊາ. ພາບ: ສໍານັກຂ່າວສານຫວຽດນາມ.

ບົດຂຽນທີ່ລົງໃນເວັບໄຊ Infox.ru ຂອງລັດເຊຍ ດ້ວຍຫົວຂໍ້ “ຫວຽດນາມ - ຄັນທຸງນໍາໜ້າຂອງອາຊຽນ”, ນັກຂຽນ Grigory Trofimchuk ຢັ້ງຢືນເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະມີລັກສະນະສ້າງສັນຂອງຫວຽດນາມ ໃນການສ້າງສະພາບແວດລ້ອມສັນຕິພາບ ແລະສະຖຽນລະພາບໃນທ່ົວພາກພື້ນ, ລວມມີທະເລຕາເວັນອອກ, ເຊິ່ງເປັນປັດໄຈສໍາຄັນຊ່ວຍໃຫ້ນະຄອນຫຼວງຮ່າໂນ້ຍ ປັບຕົວແທດເໝາະກັບສະຖານະການພູມສາດການເມືອງທັນສະໄໝ.

ໂດຍ: ທູຈາງ