ສອງຝ່າຍໄດ້ສົມທົບກັນລາດຕະເວນສອງຝ່າຍ, ພົບປະສັງສັນ, ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈໍາ, ຜ່ານນັ້ນແກ້ໄຂໄດ້ຫຼາຍກໍລະນີທີ່ເກີດຂຶ້ນຢູ່ຊາຍແດນຢ່າງທັນການ. ພິເສດ, ແຕ່ປີ 2020 ມາຮອດປະຈຸບັນ, ກໍາລັງປົກປັກຮັກສາຊາຍແດນສອງຝ່າຍໄດ້ເພີ່ມທະວີການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານສະກັດກັ້ນການເຄື່ອນໄຫວສົ່ງອອກ-ນໍາເຂົ້າຜິດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ຄ້າຍທະຫານຊາຍແດນດ່ານສາກົນຮວາລື, ກອງບັນຊາການທະຫານຊາຍແດນແຂວງບິ່ງເຟືອກ ຈັດຕັ້ງການພົບປະ, ແລກປ່ຽນຂໍ້ມູນຂ່າວສານກັບຄ້າຍຕໍາຫຼວດປົກປັກຮັກສາຊາຍແດນ Trapeang Sre ຢູ່ດ່ານຊາຍແດນ Trapeang Sre (ແຂວງ Kratie, ລາຊະອານາຈັກກໍາປູເຈຍ). ພາບ: ຈ້ອງເຫງ້ຍ.
leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງດັກນົງ ແລະບັນດາກໍາລັງປະກອບອາວຸດແຂວງ Mondulkiri, ກໍາປູເຈຍ ຈັດຕັ້ງການພົບປະເຈລະຈາກ່ຽວກັບວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນປີ 2021. ພາບ: ວັນຮວ່ານ.
leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງດັກລັກ ແລະກໍາລັງປົກປັກຮັກສາຊາຍແດນແຂວງ Mondulkiri, ກໍາປູເຈຍ ພົບປະຢູ່ຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ ແລະມອບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ງອກເລິນ.
leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນວິ້ງເຊືອງ, ກອງບັນຊາການທະຫານຊາຍແດນແຂວງອານຢາງ ແລະກໍາລັງປົກປັກຮັກສາຊາຍແດນແຂວງ Kandal, ກໍາປູເຈຍ ສົມທົບກັນລາດຕະເວນສອງຝ່າຍ (ຮູບຖ່າຍກ່ອນເວລາເກີດພະຍາດໂຄວິດ-19). ພາບ: ຈຽນຄູ.
leftcenterrightdel
ພະນັກງານຄ້າຍທະຫານຊາຍແດນບິ່ງແທກ, ກອງບັນຊາການທະຫານຊາຍແດນແຂວງລອງອານ ຢ້ຽມຢາມ, ອວຍພອນບຸນເຕັດ ແລະມອບຂອງຂວັນໃຫ້ປະຊາຊົນ, ກໍາລັງປະກອບອາວຸດເມືອງ Chanhtria, ແຂວງ Svayrieng, ກໍາປູເຈຍ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay. ພາບ: ຮວ່າງງອກ.
leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນຮ່າຕຽນ, ກອງບັນຊາການທະຫານຊາຍແດນແຂວງກຽນຢາງ ແລະກໍາລັງປົກປັກຮັກສາຊາຍແດນແຂວງ Kampot, ກໍາປູເຈຍ ສົມທົບລາດຕະເວນສອງຝ່າຍເພື່ອປ້ອງກັນ, ຕ້ານການເຂົ້າ-ອອກເມືອງຜິດກົດໝາຍ. ພາບ: ຕຽນວິງ.

ໂດຍ: ຈາງຫງວຽນ