ໜູນຊ່ວຍກໍາປູເຈຍ ໃນຫຼາຍດ້ານ

ຢູ່ຕາແສງລົກແທັ້ງ, ເມືອງລົກນີງ, ແຂວງບິ່ງເຟືອກ ມີຂົວຂ້າມແມ່ນ້ຳເຊື່ອມຕໍ່ກັບຕາແສງ Xo Re Cha, ເມືອງ Snoul, ແຂວງ Kratie, ລາຊະອານາຈັກກໍາປູເຈຍ ແລະໄດ້ຕັ້ງຊື່ວ່າຂົວໂອລີວ. ນີ້ແມ່ນໜຶ່ງໃນບັນດາຂົວຂ້າມຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຂອງປະຊາຊົນສອງປະເທດ, ປະກອບສ່ວນໃຫ້ການເຄື່ອນໄຫວແລກປ່ຽນການຄ້າຢູ່ຊາຍແດນພັດທະນາ. ຄ່າໃຊ້ຈ່າຍທັງໝົດໃນການກໍ່ສ້າງຂົວແຫ່ງນີ້ແມ່ນແຂວງບິ່ງເຟືອກ ລົງທຶນຊ່ວຍກໍາປູເຈຍ.

leftcenterrightdel
ພາຍຫຼັງກໍ່ສ້າງສຳເລັດ, ເສັ້ນທາງຕັດຕໍ່ຈະເຊື່ອມຕໍ່ເຂດເສດຖະກິດດ່ານຊາຍແດນຮວາລື ກັບລະບົບທ່າກຳປັ່ນທະເລຢູ່ນະຄອນໂຮ່ຈີມິນ. ພາບ: ວັນເຈືອງ.

ໜຶ່ງໃນບັນດາການເຄື່ອນໄຫວທີ່ພົ້ນເດັ່ນຂອງແຂວງບິ່ງເຟືອກເພື່ອໜູນຊ່ວຍປະຊາຊົນກໍາປູເຈຍຢູ່ເຂດຊາຍແດນນັ້ນແມ່ນພະລັງງານ. ບໍລິສັດໄຟຟ້າຫວຽດນາມ ສາຂາບິ່ງເຟືອກ ໄດ້ຮັກສາການສະໜອງໄຟຟ້າໃຫ້ບໍລິສັດໄຟຟ້າລາດຊະວົງກຳປູເຈຍ ເພື່ອຮັບໃຊ້ປະຊາຊົນກຳປູເຈຍຢູ່ເຂດຊາຍແດນນຳໃຊ້ ແລະຮັບໃຊ້ການຜະລິດ ແລະພັດທະນາເສດຖະກິດ. ຕາມຕົວເລກສະຖິຕິ, ປີ 2017, ບໍລິສັດໄຟຟ້າຫວຽດນາມ, ສາຂາບິ່ງເຟືອກ ໄດ້ສະໜອງໄຟຟ້າໃຫ້ກໍາປູເຈຍ 25,368 ລ້ານ kW; ໃນປີ 2018 ແມ່ນ 15,533 ລ້ານ kW; ໃນປີ 2019 ແມ່ນ 26,053 ລ້ານ kw; ໃນປີ 2020 ແມ່ນ 39,973 ລ້ານ kW ແລະໃນປີ 2021 ແມ່ນ 21,268 ລ້ານ kW.

ຄົມມະນາຄົມ-ການເຊື່ອມຕໍ່

ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ແລວທາງການຄ້າຈາກກຳປູເຈຍ ຫາ ບິ່ງເຟືອກ ແລະໄປຮອດທ່າກໍາປັ່ນທະເລ, ແຂວງບິ່ງເຟືອກ ໄດ້ຊຸກຍູ້ການລົງທຶນເຂົ້າບັນດາໂຄງການທາງດ່ວນໂຮ່ຈີມິນ-ເຈີນແທັ່ງ-ດັ໊ກນົງ; ໂຄງການກໍ່ສ້າງຂົວມ໊າດ່າເຊື່ອມຕໍ່ສະໜາມບິນລອງແທັ່ງ (ແຂວງດົ່ງນາຍ), ໂຄງການທາງຫຼວງແຫ່ງຊາດ 14C ເຊື່ອມຕໍ່ດັ໊ກນົງ ກັບບິ່ງເຟືອກ ຜ່ານໄຕນີງ, ລອງອານ, ທາງຫຼວງແຫ່ງຊາດ 13, 14, ສ້າງຕາໜ່າງຄົມມະນາຄົມວົງຈອນ, ເຊື່ອມຕໍ່ບັນດາແຂວງ, ນະຄອນຢູ່ພາກພື້ນ ແລະລາຊະອານາຈັກກໍາປູເຈຍ; ກໍ່ສ້າງເສັ້ນທາງດົ່ງຟູ-ບິ່ງເຢືອງ; ຍົກລະດັບເສັ້ນທາງຄົມມະນາຄົມເຊື່ອມຕໍ່ເຂດວັດຖຸດິບດ້ວຍການປຸງແຕ່ງ, ຈຳໜ່າຍ ແລະລະຫວ່າງເຂດອຸດສາຫະກຳ.

ເຂດເສດຖະກິດດ່ານຊາຍແດນຮວາລື ໄດ້ຮັບການອະນຸມັດຈາກລັດຖະບານໃນປີ 2010 ມຸ່ງໄປເຖິງການພັດທະນາແລກປ່ຽນດ້ານເສດຖະກິດ, ວັດທະນະທຳ, ການພົວພັນການເມືອງ, ການທູດລະຫວ່າງຫວຽດນາມ ແລະກຳປູເຈຍ. ໂດຍທົ່ວໄປແລ້ວ, ຄວາມໄວໃນການພັດທະນາຂອງເຂດເສດຖະກິດນີ້ແມ່ນຊ້າຢູ່. ຕາມບົດລາຍງານຂອງຄະນະຄຸ້ມຄອງເຂດອຸດສາຫະກຳແຂວງບິ່ງເຟືອກ ແລ້ວ, ມາຮອດປະຈຸບັນ, ເຂດເສດຖະກິດດ່ານຊາຍແດນຮວາລື ໄດ້ຮັບການເຫັນດີຈາກຄະນະກຳມະການປະຊາຊົນແຂວງບິ່ງເຟືອກ ໃຫ້ນັກລົງທຶນ 89 ແຫ່ງເຊົ່າທີ່ດິນດ້ວຍເນື້ອທີ່ປະມານ 1.685 ເຮັກຕາເພື່ອຜັນຂະຫຍາຍປະຕິບັດໂຄງການ.

ຊຸກຍູ້ການແລກປ່ຽນການຄ້າ

ແຂວງບິ່ງເຟືອກ ມີສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ແລະສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ, ຍູ້ແຮງການເຄື່ອນໄຫວການທູດປະຊາຊົນຢ່າງເປັນປະຈຳ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົບປະແລກປ່ຽນ, ຄວາມເຂົ້າໃຈ ແລະພັດທະນາເສດຖະກິດ.

ປະຈຸບັນ, ໃນບໍລິເວນແຂວງບິ່ງເຟືອກ, ມີ 2 ໂຄງການລົງທຶນຢູ່ກຳປູເຈຍ, ໂດຍນັກລົງທຶນແຂວງບິ່ງເຟືອກ ປະຕິບັດ, ດ້ວຍຍອດຈຳນວນເງິນລົງທຶນເກືອບ 90 ລ້ານໂດລາສະຫະລັດ, ແມ່ນໂຄງການດົ່ງຟູ-Kratie ພັດທະນາຢາງພາລາ; ໂຄງການລົງທຶນປູກຢາງພາລາ 4.300 ເຮັກຕາ ຢູ່ເມືອງ Snoul, ແຂວງ Kratie.

ໃນປີ 2021, ບັນດາການເຄື່ອນໄຫວການຄ້າຊາຍແດນຂອງແຂວງບິ່ງເຟືອກ ໄດ້ຮັບຜົນດີ. ການຜະລິດອຸດສາຫະກຳຂອງແຂວງບິ່ງເຟືອກ ໃນປີ 2021 ເພີ່ມຂຶ້ນ 17,8%, ຢືນອັນດັບທີ 1 ຢູ່ເຂດທາງທິດຕາເວັນອອກພາກໃຕ້, ອັນດັບທີ 5 ໃນທົ່ວປະເທດ ແລະແມ່ນລະດັບເພີ່ມຂຶ້ນສູງກວ່າລະດັບສະເລ່ຍແຫ່ງຊາດ (ກວ່າ 4% ໃນທົ່ວປະເທດ). ຮອດປີ 2022, ຮູບພາບເສດຖະກິດທ້ອງຖິ່ນສືບຕໍ່ຂະຫຍາຍຕົວ. ຜົນສຳເລັດນັ້ນແມ່ນຍ້ອນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດຫວຽດນາມ-ກໍາປູເຈຍ, ປະກອບສ່ວນຊຸກຍູ້ເສດຖະກິດ, ການຄ້າຊາຍແດນນັບມື້ນັບພັດທະນາ.

ໂດຍ: ເຈິ່ນຮວ່ຽນ