leftcenterrightdel
ພະນັກງານກອງພົນນ້ອຍ 171 ແນະນໍາຂໍ້ມູນທີ່ກ່ຽວຂ້ອງເຖິງການຄັດເລືອກນັກຮຽນ ເຂົ້າວິທະຍາຄານທະຫານເຮືອ ປີ 2022 ໃຫ້ແກ່ພະນັກງານ, ສະມາຊິກພັກຕາແສງລອງໝີ໊, ເມືອງເດິດດໍ໋. ພາບ: baobariavungtau.com.vn.

ທີ່ກອງປະຊຸມ, ບັນດານັກບັນລະຍາຍຂອງກອງພົນນ້ອຍ 171 ໄດ້ແຈ້ງໃຫ້ພະນັກງານ, ສະມາຊິກພັກ ແລະປະຊາຊົນຮັບຊາບເນື້ອໃນກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສໍາຄັນຂອງທະເລໝູ່ເກາະຫວຽດນາມ; ສະພາບທະເລໝູ່ເກາະໃນໄລຍະມໍ່ໆມານີ້; ບົດບາດຂອງກໍາລັງທະຫານເຮືອໃນໜ້າທີ່ປົກປັກຮັກສາອະທິປະໄຕທະເລໝູ່ເກາະ ແລະເຂດໄຫຼ່ທະວີບທີ່ສັກກາລະບູຊາຂອງປະເທດຊາດ; ທັດສະນະ, ນະໂຍບາຍຂອງພັກ, ລັດກ່ຽວກັບການປົກປັກຮັກສາອະທິປະໄຕທະເລໝູ່ເກາະ; ການເອົາໃຈໃສ່ເມື່ອເຂົ້າຮ່ວມການຂຸດຄົ້ນສິນທະເລຢູ່ບົນທະເລ... ບັນດາຄວາມຮູ້ດັ່ງກ່າວຈະຊ່ວຍໃຫ້ພະນັກງານ, ປະຊາຊົນທ້ອງຖິ່ນເຂົ້າໃຈ ແລະປະຕິບັດມະຕິຂອງພັກເປັນຢ່າງດີ, ປະຕິບັດຕາມກົດໝາຍ, ຮັກສາສະພາບແວດລ້ອມທະເລໃຫ້ມີສະຖຽນລະພາບ.

ໂດຍ: ທູຈາງ