ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະສະມາຊິກຄະນະຜູ້ແທນຫວຽດນາມ ເຄົາລົບຫຼັກໝາຍອະທິປະໄຕແຫ່ງຊາດຢູ່ດ່ານສາກົນຕ່າລຸ່ງ ກ່ອນທີ່ຈະໄປເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ຈີນ. ພາບ: ຈ້ອງຫາຍ

ພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ດ່ານສາກົນ Shuikou ໄດ້ດຳເນີນໄປຢ່າງສົມກຽດພາຍໃຕ້ການເປັນປະທານຂອງທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.

leftcenterrightdel
 
leftcenterrightdel
ທ່ານພົນໂທ Wei Fenghe ຕ້ອນຮັບທ່ານພົນເອກ ຟານວັນຢາງ. ພາບ: ຈ້ອງຫາຍ

ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ດຳເນີນພິທີເຄົາລົບຫຼັກໝາຍຊາຍແດນ, ທາສີຫຼັກໝາຍຊາຍແດນ ແລະປູກຕົ້ນໄມ້ມິດຕະພາບຢູ່ດ່ານຊາຍແດນສາກົນ Shuikou.

leftcenterrightdel
ລັດຖະມົນຕີສອງທ່ານ ດຳເນີນພິທີເຄົາລົບຫຼັກໝາຍຊາຍແດນຢູ່ດ່ານສາກົນ Shuikou. ພາບ: ຈ້ອງຫາຍ

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 7 ໂດຍລັດຖະມົນຕີປ້ອງກັນປະເທດສອງປະເທດເປັນປະທານຮ່ວມ, ໃນນັ້ນມີບັນດາການເຄື່ອນໄຫວດຳເນີນຢູ່ 2 ແຂວງ ກາວບັ່ງ (ຫວຽດນາມ) ແລະ ກວາງຊີ (ຈີນ) ໃນວັນທີ 23 ເມສາ.

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ແຂວງ ກວ໋າງນິງ (ຫວຽດນາມ) ແລະ ແຂວງ ກວາງຊີ (ຈີນ) ໃນເດືອນ ມີນາ 2014. ນີ້ແມ່ນການເຄື່ອນໄຫວມີຄວາມໝາຍສຳຄັນໃນການຊຸກຍູ້ການພົບປະແລກປ່ຽນມິດຕະພາບ ແລະການຮ່ວມມືລະຫວ່າງກອງທັບສອງປະເທດກໍ່ຄືກໍາລັງປ້ອງກັນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ຈີນ.

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ Wei Fenghe ທາສີຫຼັກໝາຍອະທິປະໄຕຝ່າຍຈີນ. ພາບ: ຈ້ອງຫາຍ
leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດຖ່າຍຮູບລວມ. ພາບ: ຈ້ອງຫາຍ
leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດປູກຕົ້ນໄມ້ມິດຕະພາບຢູ່ດ່ານສາກົນ Shuikou. ພາບ: ຈ້ອງຫາຍ

ໂດຍ: ທະນາພອນ