ເຂົ້າຮ່ວມການເຄື່ອນໄຫວລາດຕະເວນຄັ້ງນີ້, ຝ່າຍຫວຽດນາມ ມີກອງກໍາປັ່ນຕໍາຫຼວດທະເລ ໝາຍເລກ 8004 ແລະ 8003 ຂອງຕໍາຫຼວດທະເລຫວຽດນາມ ໂດຍທ່ານພັນເອກພິເສດ ເຈີ່ນວັນເທີ, ຜູ້ບັນຊາການຕໍາຫຼວດທະເລເຂດ 1 ເປັນຫົວໜ້າບັນຊາການ. ຝ່າຍຈີນ ມີກອງກໍາປັ່ນຕໍາຫຼວດທະເລ ໝາຍເລກ 4303 ແລະ 4202 ໂດຍທ່ານພັນເອກ Huang Min ຫົວໜ້າກົມປະຕິບັດກົດໝາຍ,  ກົມສັງກັດທີ 4, ຕໍາຫຼວດທະເລຈີນ ເປັນຫົວໜ້າບັນຊາການ.

ໃນການເຄື່ອນໄຫວຄັ້ງນີ້, ກອງກໍາປັ່ນສອງປະເທດ ໄດ້ລາດຕະເວນຜ່ານ 13 ຈຸດ (ແຕ່ຈຸດທີ 21 ຫາຈຸດທີ 9) ໃນເສັ້ນຊາຍແດນທີ່ອ່າວພາກເໜືອ. ໃນວິວັດການລາດຕະເວນ, ສອງຝ່າຍປະຕິບັດບັນດາເນື້ອໃນ, ຄື: ສົນທະນາທາງໂທລະສັບ; ກວດກາ ແລະຕິດຕາມກຳປັ່ນຫາປາຂອງຊາວປະມົງຢູ່ເຂດທະເລຕິດກັບເສັ້ນຊາຍແດນ, ໂຄສະນາກ່ຽວກັບຂໍ້ກໍານົດການຫາສິນທະເລ, ຮ່ວມຝຶກແອບວິທີການຊອກຫາກູ້ໄພທາງທະເລ...

ທີ່ການສົນທະນາທາງໂທລະສັບກັບກໍາລັງລາດຕະເວນຈີນ, ທ່ານພັນເອກພິເສດ ເຈີ່ນວັນເທີ ເນັ້ນໜັກວ່າ: ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດສໍາເລັດບັນດາແຜນການທີ່ໄດ້ວາງອອກເປັນຢ່າງດີ. ພິເສດແມ່ນການຮ່ວມຝຶກແອບວິທີການຊອກຫາກູ້ໄພແມ່ນພື້ນຖານຊ່ວຍໃຫ້ສອງຝ່າຍເພີ່ມທະວີຄວາມສາມາດສົມທົບກັນເມື່ອປະຕິບັດບັນດາວຽກງານຊອກຫາກູ້ໄພລວມໃນໄລຍະຈະມາເຖິງ. ການເຄື່ອນໄຫວລາດຕະເວນປະສົມປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ; ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງທະເລ.

leftcenterrightdel
ພິທີທັກທາຍສິ້ນສຸດການເຄື່ອນໄຫວລາດຕະເວນ. ພາບ: ດວ່ານວັນນາມ.
leftcenterrightdel
ພາຍຫຼັງກວດກາ, ກໍາລັງລາດຕະເວນຫວຽດນາມ ມອບຂອງຂວັນໃຫ້ຊາວປະມົງ. ພາບ: ດວ່ານວັນນາມ.
leftcenterrightdel
ກໍາລັງຕໍາຫຼວດທະເລຫວຽດນາມ ໂຄສະນາບັນດາຂໍ້ກໍານົດກ່ຽວກັບການຂຸດຄົ້ນສິນທະເລໃຫ້ຊາວປະມົງ. ພາບ: ດວ່ານວັນນາມ.
leftcenterrightdel
ກໍາລັງລາດຕະເວນຫວຽດນາມ ກວດກາກຳປັ່ນຫາປາຂອງຊາວປະມົງ. ພາບ: ດວ່ານວັນນາມ.
leftcenterrightdel
ທ່ານພັນເອກພິເສດ ເຈີ່ນວັນເທີ, ຜູ້ບັນຊາການຕໍາຫຼວດທະເລເຂດ 1 ໂທລະສັບສິ້ນສຸດການລາດຕະເວນປະສົມ. ພາບ: ດວ່ານວັນນາມ.

ໂດຍ: ຈາງຫງວຽນ