leftcenterrightdel
ທ່ານພົນຕີ ຈິ້ງວັນກວຽດ ຮອງຫົວໜ້າກົມໃຫຍ່ການເມືອງ ມອບຂອງຂວັນໃຫ້ບັນດາກົມກອງທີ່ປະຕິບັດໜ້າທີ່ຢູ່ເກາະ ນາມອຽດ  (ເມືອງເກາະເຈື່ອງຊາ, ແຂວງແຄ໊ງຮວ່າ). ພາບ: qdnd.vn

ໄປຄຽງຄູ່ກັບການຢ້ຽມຢາມ, ມອບຂອງຂວັນ, ລະດົມກຳລັງໃຈທະຫານ ແລະປະຊາຊົນຢູ່ເກາະ ແລະຮ້ານເວນຍາມ, ຄະນະປະຕິບັດງານກົມໃຫຍ່ການເມືອງ ໄດ້ດຳເນີນການກວດກາຮອບດ້ານໃນທຸກຂົງເຂດປະຕິບັດງານຂອງບັນດາກົມກອງ, ພິເສດແມ່ນວຽກງານພັກ, ວຽກງານການເມືອງ; ການຝຶກແອບ, ກຽມພ້ອມສູ້ຮົບ; ຮັບປະກັນພະລາທິການ, ເຕັກນິກ. ຜ່ານການກວດກາ, ທ່ານພົນຕີ ຈິ້ງວັນກວຽດ ໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງບັນດາກົມກອງທີ່ຕັ້ງທັບຢູ່ເມືອງເກາະ ເຈື່ອງຊາ ແລະຮ້ານເວນຍາມ DK1.

ພົ້ນເດັ່ນແມ່ນບັນດາກົມກອງໄດ້ເຄື່ອນໄຫວວຽກງານພັກ ແລະວຽກງານການເມືອງເປັນປະຈຳ ແລະເຂັ້ມງວດ; ຕັ້ງໜ້າ, ເປັນເຈົ້າການແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ... ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງ ຮຽກຮ້ອງໃຫ້ພະນັກງານ, ນັກຮົບບັນດາກົມກອງເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ສືບຕໍ່ມານະພະຍາຍາມປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ; ໂດຍສະເພາະແມ່ນຍົກສູງຈິດໃຈລະມັດລະວັງ, ກຽມພ້ອມສູ້ຮົບ, ບໍ່ໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ. ໄປຄຽງຄູ່ກັບການເອົາໃຈໃສ່ເບິ່ງແຍງດູແລ ແລະຮັບປະກັນຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ແລະສຸຂະພາບໃຫ້ທະຫານ,  ຕ້ອງຊ່ວຍເຫຼືອປະຊາຊົນຢ່າງສຸດຈິດສຸດໃຈ, ພິເສດແມ່ນເມື່ອປະຊາຊົນປະສົບກັບຄວາມຫຍຸ້ງຍາກ ແລະເຄາະຮ້າຍຢູ່ທະເລ, ເປັນບ່ອນອີງເພື່ອໃຫ້ຊາວປະມົງອຸ່ນອ່ຽນໃຈອອກໄປຫາປາຢູ່ໄກຝັ່ງ, ປະກອບສ່ວນປົກປັກຮັກສາອະທິປະໄຕເຂດທະເລ ແລະໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ...

ໂດຍ: ທະນາພອນ