ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກແມ່ນຈະແຈ້ງ ແລະສະເໝີຕົ້ນສະເໝີພາຍ, ຕາມນັ້ນແລ້ວ ຍາມໃດຫວຽດນາມ ກໍ່ສະໜັບສະໜູນການແກ້ໄຂການຂັດແຍ້ງກັນກ່ຽວກັບອະທິປະໄຕ, ສິດອຳນາດອະທິປະໄຕ ແລະສິດອຳນາດສານຢູ່ທະເລຕາເວັນອອກຜ່ານວິວັດທະນາການທາງການທູດ ແລະນິຕິກຳ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ ແລະແກ້ໄຂດ້ວຍມາດຕະການ, ວິທີການແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດບັດສະຫະປະຊາຊາດ (ສປຊ) ແລະສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (ສົນທິສັນຍາ).

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍຖານະເປັນປະເທດສະມາຊິກຂອງສົນທິສັນຍາ ແລະປະເທດທີ່ຕັ້ງຢູ່ແຄມທະເລຕາເວັນອອກ, ຫວຽດນາມ ສະເໜີໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບ ແລະປະຕິບັດພັນທະນິຕິກຳຂອງຕົນທີ່ໄດ້ກຳນົດໄວ້ໃນສົນທິສັນຍາຢ່າງຄົບຖ້ວນ, ພ້ອມກັນຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນທະເລ, ການບິນ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ ໂດຍອີງຕາມກົດໝາຍສາກົນ.

ເນື່ອງໃນໂອກາດນີ້, ຫວຽດນາມ ກໍ່ຢືນຢັນຄືນໃໝ່ຫຼັກໝັ້ນຂອງຕົນກ່ຽວກັບບັນຫາອະທິປະໄຕສຳລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແລະເຂດທະເລທີ່ຂຶ້ນກັບອະທິປະໄຕ, ສິດອຳນາດອະທິປະໄຕ ແລະສິດອຳນາດສານຂອງຫວຽດນາມ ເຊິ່ງໄດ້ກຳນົດໄວ້ບົນພື້ນຖານສົນທິສັນຍາ.

ໂດຍ: ທະນາພອນ