ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບໝູ່ເກາະເຈື່ອງຊາ ແມ່ນສອດຄ່ອງກັບຂໍ້ກຳນົດຂອງກົດໝາຍສາກົນ. ທຸກການເຄື່່ອນໄຫວລະເມີດອະທິປະໄຕ, ລະເມີດສິດທີ່ກ່ຽວຂ້ອງຂອງຫວຽດນາມ ຢູ່ໝູ່ເກາະເຈື່ອງຊາ ແມ່ນຜິດກົດໝາຍ ແລະບໍ່ມີຄຸນຄ່າ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: “ໃນສະພາບການຢູ່ພາກພື້ນ, ສາກົນຄືໃນປະຈຸບັນ, ຫວຽດນາມ ຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ, ມີການປະກອບສ່ວນຢ່າງແທດຈິງ ແລະຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ກໍ່ຄືສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)”.

ກ່ຽວກັບເລື່ອງຈີນ ຫວ່າງແລ້ວນີ້ໄດ້ຜັນຂະຫຍາຍໂຄງການຕິດປ້າຍຊື່ເພື່ອແນໃສ່ຮັບຮູ້ຊະນິດພືດຢູ່ໝູ່ເກາະຮວ່າງຊາຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: “ການກະທຳລະເມີດອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ, ເຈື່ອງຊາ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ ກັບເຂດທະເລຂອງຕົນລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ໄດ້ຮັບການຮັບຮູ້ ແລະຫວຽດນາມ ເດັດດ່ຽວຄັດຄ້ານ”.

ໂດຍ: ເຈິ່ນຮວ່ຽນ