leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: haiquanonline.com.vn.

ກອງປະຊຸມຕີລາຄາວ່າ ໃນໄລຍະຜ່ານມາ, ວຽກງານສົມທົບກ່ຽວກັບຂໍ້ມູນຂ່າວສານ, ການໂຄສະນາລະຫວ່າງສອງຝ່າຍໄດ້ປະກອບສ່ວນກໍານົດທິດຫາງສຽງ, ສ້າງການສະໜັບສະໜູນຂອງບັນດາປະເທດ ແລະປະຊາຄົມສາກົນທີ່ມີຕໍ່ໜ້າທີ່ປົກປັກຮັກສາອະທິປະໄຕ, ສິດອະທິປະໄຕ ແລະຄວາມໝັ້ນຄົງ, ຜົນປະໂຫຍດແຫ່ງຊາດຢູ່ທະເລ; ປະຊາຊົນທຸກຊັ້ນຄົນມີຄວາມເຂົ້າໃຈ ແລະຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບອະທິປະໄຕທະເລ, ໝູ່ເກາະ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາ ແລະເພີ່ມທະວີວຽກງານສົມທົບ, ແລກປ່ຽນຂໍ້ມູນຂ່າວສານ, ເປັນຕົ້ນແມ່ນບັນດາຂໍ້ມູນຂ່າວສານຈາກພູມີປະເທດຕົວຈິງ ແລະຂໍ້ມູນຂ່າວສານກ່ຽວກັບວຽກງານພົວພັນຕ່າງປະເທດທີ່ກ່ຽວຂ້ອງເຖິງບັນຫາຢູ່ທະເລ; ສະເໜີແຜນນະໂຍບາຍ ແລະແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ທະເລຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ.

ໂດຍ: ກວຽດເຕິມ