leftcenterrightdel
ມອບລົດຖີບໃຫ້ນັກຮຽນທີ່ທຸກຍາກໃນບໍລິເວນ. ພາບ: ແທ່ງເຈືອງ
leftcenterrightdel
ມອບລາງວັນໃຫ້ນັກຮຽນເຂົ້າຮ່ວມລາຍການ "ນ້ອງຮັກທະເລ, ໝູ່ເກາະບ້ານເກີດເມືອງນອນ". ພາບ: ແທ່ງເຈືອງ

ໃນລາຍການ,  ກອງບັນຊາການຕໍາຫຼວດທະເລໄດ້ມອບລົດຖີບ 50 ຄັນ, ເສື້ອທຸງສີແດງດາວເຫຼືອງ 60 ຜືນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງ; ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ 16 ຄົນ ແລະທະຫານບາດເຈັບ 15 ຄົນ... ; ໂຄສະນາເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກ, ຄູອາຈານ, ນັກຮົບເກົ່າ, ນັກຮຽນ ແລະປະຊາຊົນທ້ອງຖິ່ນ 400 ຄົນກ່ຽວກັບທະເລ, ໝູ່ເກາະບ້ານເກີດເມືອງນອນ, ກົດໝາຍກ່ຽວກັບຕໍາຫຼວດທະເລ ແລະມູນເຊື້ອຂອງກໍາລັງຕໍາຫຼວດ ທະເລ; ພະນັກງານ, ນັກຮົບຕໍາຫຼວດທະເລ ແລະສະມາຊິກຊາວໜຸ່ມ, ຊາວໜຸ່ມທ້ອງຖິ່ນໄດ້ເກັບເອົາສິ່ງເສດເຫຼືອຫຼາຍກວ່າ 6 ໂຕນຕາມຖະໜົນແຄມຝັ່ງທະເລດ້ວຍຄວາມຍາວ 5 ກມ ແລະປູກຕົ້ນໄມ້ຫຼາຍຮ້ອຍຕົ້ນເພື່ອປ້ອງກັນຄັນຄູ...

ໂດຍ: ທະນາພອນ