ລະດູບານໃໝ່ວຽນມາຢູ່ປ້ອມຄວບຄຸມເຊື້ອພະຍາດໂຄວິດ-19

ໃນຍາມແລງທ້າຍປີ, ຂ້າພະເຈົ້າ ໄດ້ເປັນເພື່ອນຮ່ວມເດີນທາງກັບຮ້ອຍໂທ ຫງວຽນວັນຫ໋າຍ, ກອງຂົນຂວາຍມະຫາຊົນຂອງຄ້າຍທະຫານຊາຍແດນອາປາຈ໋າຍ ມາປ້ອມຄວບຄຸມ, ສະກັດກັ້ນ, ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫຼັກໝາຍຊາຍແດນເລກທີ 5 ຕິດກັບຊາຍແດນ. ກໍ່ຍັງແມ່ນລົດຈັກຢູ່ຄືເກົ່າ, ແຕ່ເຄື່ອງຂອງລາວໃນມື້ນີ້ປະກອບມີກິ່ງດອກຄາຍ, ເຂົ້າໜົມ ແລະໝາກໄມ້ຕ່າງໆຂຶ້ນໄປຫາປ້ອມເພື່ອໃຫ້ເພື່ອນຮ່ວມກົມກອງກະກຽມຕ້ອນຮັບປີໃໝ່. ເສັ້ນທາງຈາກຄ້າຍທະຫານຊາຍແດນອາປາຈ໋າຍ ໄປຫາຫຼັກໝາຍຊາຍແດນເລກທີ 5 ມີແຕ່ສິບປາຍກິໂລແມັດເທົ່ານັ້ນ, ແຕ່ວ່າເປັນມະລຸກຄຸກຄິກໄປຕະຫຼອດເສັ້ນທາງເລີຍ. ບັນດາກີບດອກຕາເວັນປ່າທີ່ເບັ່ງບານຄ້າຍຄືແສງໄຟເຫຼື້ອມມິບແມັບໆຢູ່ຂ້າງແມ່ນໍ້າ ມໍຟີ໊.

leftcenterrightdel
ທະຫານຄ້າຍທະຫານຊາຍແດນອາປາຈ໋າຍ ຕ້ອນຮັບປີໃໝ່ພ້ອມກັບຊົນເຜົ່າຮ່າຍີ່. ພາບ: ຈູງກຽນ-ຮ່າກິ່ງ.

ຕັ້ງຢູ່ກາງພູ, ຫຼັກໝາຍຊາຍແດນເລກທີ 5 ແມ່ນເຮືອນມຸງສັງກະສີ, ກວ້າງປະມານ 15 ຕາແມັດ, ບໍ່ມີໄຟຟ້າ. ນັ້ນແມ່ນບ່ອນປະຕິບັດໜ້າທີ່ ແລະກິນນອນຂອງຮ້ອຍເອກ ຟ້າມດີ່ງກຽນ, ຫົວໜ້າປ້ອມ ແລະນັກຮົບສອງຄົນໃນຕະຫຼອດຫຼາຍເດືອນຜ່ານມາ. ຕ້ອນຮັບປີໃໝ່ຢູ່ປ້ອມນີ້ເປັນປີທີສອງ, ແຕ່ຕາມອ້າຍກຽນແລ້ວ, ບຸນເຕັດຢູ່ກົມກອງແມ່ນໄດ້ກະກຽມຮອບຄອບຖີ່ຖ້ວນພໍສົມຄວນ. ຫາກໍ່ໄດ້ຮັບກິ່ງດອກຄາຍມາຈາກປ້ອມ, ອ້າຍກຽນ ເອົາໄປປັກໃສ່ໂຖ, ໝາກໄມ້ໄດ້ຈັດແຕ່ງຮ້ານບູຊາທີ່ມີຮູບພາບລຸງໂຮ່. ຕອນບ່າຍວັນທີ 30 ບຸນເຕັດ, ພວກອ້າຍ ຈະໄດ້ຮັບເຂົ້າຕົ້ມຕື່ມອີກໂດຍນັກຮົບຢູ່ປ້ອມຕົ້ມເອງ. ນອກຈາກນັ້ນ, ພວກອ້າຍຍັງໄດ້ລ້ຽງໄກ່, ເປັດ, ປູກຜັກຂຽວເອົາເອງ, ສະນັ້ນປີໃໝ່ບໍ່ມີຄວາມກັງວົນວ່າຈະຂາດແຄນອາຫານ. ອ້າຍກຽນ ໃຫ້ຮູ້ວ່າ: “ບຸນເຕັດປີກາຍນີ້ ຂ້າພະເຈົ້າ ໄດ້ມາເວນຍາມຢູ່ກົມກອງ, ລູກເມຍ ໄດ້ມາລະດົມກໍາລັງໃຈ, ກິນກຸດນໍາກັນ. ປີນີ້ຕ້ອນຮັບປີໃໝ່ຢູ່ປ້ອມ, ແຕ່ພວກຂ້າພະເຈົ້າ ຍາມໃດກໍ່ກໍານົດໜ້າທີ່ຢ່າງຈະແຈ້ງ. ສຳລັບພວກຂ້າພະເຈົ້າແລ້ວ, ໄດ້ເຫັນພໍ່ແມ່ປະຊາຊົນມ່ວນຊື່ນ, ປອດໄພນັ້ນແມ່ນລະດູບານໃໝ່, ບຸນເຕັດມາຮອດແລ້ວ”.

ເພື່ອລະດູບານໃໝ່ຂອງປະເທດຊາດ

ຕາແສງຊິນເທົ່າ (ເມື່ອງແຍ໊) ມີເສັ້ນຊາຍແດນຍາວເກືອບ 20 ກິໂລແມັດດ້ວຍ 6 ຫຼັກໝາຍຊາຍແດນ. ບໍລິເວນຄຸ້ມຄອງຂອງຄ້າຍທະຫານຊາຍແດນອາປາຈ໋າຍ ມີ 5 ຊົນເຜົ່າອ້າຍນ້ອງ ທີ່ດໍາລົງຊີວິດຢູ່ຮ່ວມກັນ, ໃນນັ້ນ 96% ແມ່ນຊົນເຜົ່າຮ່າຍີ່. ທ່ານພັນຕີ ດັ້ງວັນຕ໊ວນ ຫົວໜ້າຄ້າຍທະຫານຊາຍແດນອາປາຈ໋າຍ ໃຫ້ຮູ້ວ່າ ປີໃດກໍ່ຄືກັນ, ກົມກອງໄດ້ຈັດຕັ້ງໃຫ້ພະນັກງານ, ນັກຮົບກິນກຸດກ່ອນເພື່ອປະຕິບັດໜ້າທີ່. ບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021 ນີ້, ກົມກອງໄດ້ສ້າງແຜນການ, ແບ່ງໜ້າທີ່ວຽກງານຢ່າງຈະແຈ້ງໃຫ້ພະນັກງານ, ນັກຮົບແຕ່ລະຄົນ, ຮັບປະກັນການເວນຍາມໃນຊຸມວັນບຸນເຕັດຢ່າງເຂັ້ມງວດ. ພ້ອມທັງເພີ່ມທະວີການສົມທົບກັບກໍາລັງຕໍາຫຼວດ, ອຳນາດການປົກຄອງທ້ອງຖິ່ນໃນວຽກງານລາດຕະເວນ, ຄວບຄຸມ, ປົກປັກຮັກສາຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ເຂົ້າຮ່ວມພ້ອມກັບທະຫານຊາຍແດນລາດຕະເວນ, ຄວບຄຸມເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອ້າຍ ເປີ່ຮື່ລີ, ນັກຮົບທະຫານລາດພວມປະຕິບັດໜ້າທີ່ຢູ່ຫຼັກໝາຍຊາຍແດນເລກທີ 5 ແບ່ງປັນວ່າ: “ວຽກງານລາດຕະເວນຊາຍແດນ ເຖິງວ່າຈະລຳບາກກາກກໍາ, ແຕ່ຂ້າພະເຈົ້າ ກໍ່ຮູ້ສຶກພາກພູມໃຈຫຼາຍ. ຫຼັກໝາຍຊາຍແດນແມ່ນຂອງປະເທດຕົນ, ເຊິ່ງແມ່ນປະຊາຊົນຢູ່ເຂດຊາຍແດນນັ້ນຍິ່ງຕ້ອງຕັ້ງໜ້າປົກປັກຮັກສາ”. ສ່ວນຕາມທ່ານພັນໂທ ຫຼີສູ໊ຕື, ຫົວໜ້າຕໍາຫຼວດຕາແສງ ຊິນເທົ່າແລ້ວ, ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງພວກອ້າຍແມ່ນບໍ່ມີວັນພັກ. ມີຫຼາຍເທື່ອເມື່ອໄດ້ຮັບຂ່າວຈາກກໍາລັງທະຫານຊາຍແດນວ່າ ມີເປົ້າໝາຍຂ້າມຊາຍແດນຜິດກົດໝາຍນັ້ນ ພວກອ້າຍໄດ້ເດີນທາງໄປແກ້ໄຂໃນຕອນກາງຄືນເລີຍ. ພ້ອມກັບທະຫານຊາຍແດນ, ພວກອ້າຍຍັງໄດ້ລົງໄປຊ່ວຍເຫຼືອປະຊາຊົນເກັບກ່ຽວເຂົ້ານາ, ປູກຕົ້ນໄມ້, ດໍາເນີນຊີວິດວັດທະນະທໍາຢູ່ບ້ານເພື່ອໃຫ້ສະດວກແກ່ວຽກງານກໍາແໜ້ນຂໍ້ມູນຂ່າວສານໃນບໍລິເວນ.

ລະດູບານໃໝ່ວຽນມາອີກວາລະໜຶ່ງ, ເຖິງວ່າຢູ່ເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ເມື່ອໂອ້ລົມກັບພວກຂ້າພະເຈົ້າ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນອາປາຈ໋າຍ ລ້ວນແຕ່ມີຄວາມພາກພູມໃຈຕໍ່ໜ້າທີ່ວຽກງານ ແລະຜົນງານທີ່ຕົນບັນລຸໄດ້. ໃນວິລະກຳຂອງທະຫານຊາຍແດນນັ້ນ ກໍ່ມີເຫື່ອແຮງຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນອາປາຈ໋າຍ.

ໂດຍ: ເຈິ່ນຮວ່ຽນ