ການໄປທັດສະນະສຶກສາ ດ້ວຍຫົວຂໍ້ "ນັກຮຽນເກິມເຄ ມຸ່ງໄປເຖິງທະເລ, ໝູ່ເກາະທີ່ຮັກແພງ; ລະດູບານໃໝ່ຢູ່ເຂດຊາຍແດນ-ປີໃໝ່ຢູ່ໝູ່ເກາະທະເລປີ 2021" ໂດຍຫ້ອງການສຶກສາ ແລະກໍ່ສ້າງເມືອງເກິມເຄ (ແຂວງຟູເທາະ), ຄະນະຊາວໜຸ່ມເມືອງເກິມເຄ ສົມທົບກັບສະໂມສອນ “ໄວໜຸ່ມເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ແລະຫໍພິພິທະພັນໄວໜຸ່ມຫວຽດນາມ ຈັດຂຶ້ນໂດຍໄດ້ດໍາເນີນການເຄື່ອນໄຫວທີ່ມີຄວາມໝາຍ, ມີຄຸນປະໂຫຍດ, ຄື: ການພົບປະແລກປ່ຽນ, ໄປຢ້ຽມຊົມງານວາງສະແດງຮູບພາບ, ແນະນໍາບັນດາຮູບພາບກ່ຽວກັບການດໍາລົງຊີວິດ, ໜ້າວຽກຂອງພະນັກງານ, ນັກຮົບ, ປະຊາຊົນຢູ່ໝູ່ເກາະເຈື່ອງຊາ, ຮ້ານເວນຍາມ DK1... ພາຍຫຼັງພິທີປຸກລະດົມ "ນັກຮຽນເກິມເຄ ມຸ່ງໄປເຖິງທະເລ, ໝູ່ເກາະທີ່ຮັກແພງ; ລະດູບານໃໝ່ຢູ່ເຂດຊາຍແດນ-ປີໃໝ່ຢູ່ໝູ່ເກາະທະເລປີ 2021", ຄະນະຈັດຕັ້ງໄດ້ຮັບຈົດໝາຍນັບຮ້ອຍໆສະບັບທີ່ຂຽນດ້ວຍຕົນເອງ, ບັດອວຍພອນປີໃໝ່ແຕ້ມເອງ... ຈາກພວກນ້ອງນັກຮຽນສົ່ງໃຫ້ອາວທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະທະເລ.

leftcenterrightdel
ຈົດໝາຍ, ບັດອວຍພອນປີໃໝ່ຂອງນັກຮຽນທົ່ວປະເທດສົ່ງເຖິງທະຫານເຈື່ອງຊາ. ພາບ: ຫງວຽນວັນຈູງ.

ຈົດໝາຍແຕ່ລະສະບັບລ້ວນແຕ່ເຕັມໄປດ້ວຍອາລົມຈິດຄວາມຮັກແພງຢ່າງຈິງໃຈ. ນ້ອງ ຮ່າຈ່າມີ, ນັກຮຽນຫ້ອງ 9A1, ໂຮງຮຽນມັດທະຍົມຕອນຕົ້ນຊົງທາວ (ເກິມເຄ, ແຂວງຟູເທາະ) ຂຽນວ່າ: “... ພວກຫຼານຮັກຮູບພາບຂອງຜູ້ທີ່ມາຈາກເຂດດິນແດນແຕກຕ່າງກັນ, ເຂົາເຈົ້າລ້ວນແຕ່ມີອຸດົມການທີ່ຈົບງາມອັນດຽວກັນນັ້ນແມ່ນຮັກຫອມປະເທດຊາດ ແລະປົກປັກຮັກສາປະເທດຊາດ. ຈາກສ່ວນເລິກຂອງຫົວໃຈ, ພວກຫຼານຍາມໃດກໍ່ຮູ້ບຸນຄຸນອາວທະຫານທີ່ຢູ່ທະເລ, ໝູ່ເກາະ. ສັນຕິພາບທີ່ສວຍງາມທີ່ສຸດນັ້ນແມ່ນເມື່ອມີນົກສີດາບິນເວີ່ນອ້ອມປະພາຄານ. ແຕ່ຄຳວ່າສັນຕິພາບນັ້ນໄດ້ມາດ້ວຍການເສຍສະຫຼະຊີວິດເລືອດເນື້ອ, ເຫື່ອແຮງ ແລະຢາດນ້ຳຕາຂອງຮຸ່ນຕ່າງໆ. ການດຳລົງຊີວິດຢູ່ໝູ່ເກາະ, ທະເລເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ລຳບາກ, ຂາດເຂີນຫຼາຍຢ່າງກໍ່ຕາມ, ແຕ່ພວກອາວທະຫານໄດ້ຜ່ານຜ່າ, ທັງເວັນທັງຄືນເຝົ້າຮັກສາເຂດນ່ານທະເລ, ນ່ານຟ້າຂອງປະເທດຊາດ. ພວກຫຼານຂໍສັນຍາວ່າຈະເປັນເດັກຄຳຮູ້, ຮຽນໜັງສືໃຫ້ເກັ່ງ, ພະຍາຍາມບຳລຸງ, ຝຶກຝົນຫຼໍ່ຫຼອມຕົນເອງເພື່ອສືບທອດມູນເຊື້ອຂອງຮຸ່ນພໍ່ຮຸ່ນອ້າຍ, ສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີສວຍງາມ, ເພື່ອນໍາຫວຽດນາມ ເຊື່ອມໂຍງເຂົ້າກັບຫ້າທະວີບໃນທົ່ວໂລກ ຄືດັ່ງຄໍາສັ່ງສອນຂອງລຸຸງໂຮ່...”.

ຄໍາແບ່ງປັນໃນຈົດໝາຍບໍ່ພຽງແຕ່ແມ່ນອາລົມຈິດຄວາມຮັກແພງຂອງພວກນ້ອງທີ່ມີຕໍ່ອ້າຍທະຫານທີ່ຢູ່ໝູ່ເກາະ, ທະເລເທົ່ານັ້ນ ຫາຍຍັງສະແດງໃຫ້ເຫັນອາລົມຈິດຄວາມຮັກແພງທີ່ສັກສິດຂອງຮຸ່ນໜຸ່ມທີ່ມີຕໍ່ປະເທດຊາດອີກດ້ວຍ. ນ້ອງ ຫວູ໋ກິ່ງຈາງ, ນັກຮຽນຫ້ອງປໍ 4A, ໂຮງຮຽນປະຖົມສຶກສາອຽນເຕິບ (ເກິມເຄ, ຟູເທາະ) ແບ່ງປັນວ່າ: “ເຖິງວ່າຍັງບໍ່ທັນໄດ້ໄປຮອດໝູ່ເກາະຈັກເທື່ອກໍ່ຕາມ, ແຕ່ຜ່ານການພົບປະແລກປ່ຽນມື້ນີ້, ພວກຫຼານໄດ້ຮູ້ຈັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນທີ່ຕົນເອງຍັງບໍ່ເຄີຍໄດ້ໄປທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນຂອງພວກເຮົາທີ່ອຸດົມສົມບູນ ແລະສວຍງາມທີ່ສຸດ. ເພື່ອປົກປັກຮັກສາເຂດນ່ານຟ້າ, ນ່ານທະເລຂອງປະເທດຊາດໄວ້, ພວກອາວ ຈຶ່ງມີຄວາມລໍາບາກກາກກຳ. ຕາງໜ້າພວກເພື່ອນນັກຮຽນໂຮງຮຽນປະຖົມສຶກສາອຽນເຕິບ, ຫຼານຂໍສົ່ງຄໍາຂອບໃຈມາຍັງອາວທະຫານເຮືອ. ຂໍອວຍພອນໃຫ້ພວກອາວ ຈົ່ງມີສຸຂະພາບແຂງແຮງ, ຕ້ອນຮັບບຸນປີໃໝ່ຢ່າງມີຄວາມຜາສຸກ ແລະເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ. ຢູ່ເຂດດິນຕໍ່ແຜ່ນ, ພວກຫຼານຍາມໃດກໍ່ຄິດເຖິງພວກອາວ ແລະຍາມໃດກໍ່ພະຍາຍາມຮໍ່າຮຽນດີ, ຝຶກຝົນຫຼໍ່ຫຼອມເພື່ອໃຫ້ສົມກັບເປັນຫຼານຄໍາຮູ້ຂອງລຸງໂຮ່, ຫຼານຮັກຂອງພວກອາວ...”.

ໂດຍໄດ້ຮູ້ວ່າ, ລາຍການ “ບັນດາຈົດໝາຍສົ່ງເຖິງພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ” ປີ 2021 ໄດ້ຮັບຈົດໝາຍ, ບັດອວຍພອນປີໃໝ່ນັບຫຼາຍພັນສະບັບຂອງນັກຮຽນຈາກຫຼາຍໂຮງຮຽນໃນບໍລິເວນແຂວງ, ນະຄອນ: ຮ່າໂນ້ຍ, ຟູເທາະ, ຮືງອຽນ, ຕວຽນກວາງ, ທ໊າຍງວຽນ, ແຄ໊ງຮວ່າ... ຈົດໝາຍ, ບັດອວຍພອນປີໃໝ່ຂອງພວກນ້ອງບໍ່ພຽງແຕ່ສົ່ງອາລົມຈິດຂອງຕົນໄປເຖິງພວກອາວທີ່ຢູ່ໝູ່ເກາະຫ່າງໄກເທົ່ານັ້ນ ຫາກຍັງສົ່ງຄວາມໃຝ່ຝັນໄປຍັງເຂດທະເລ, ໝູ່ເກາະຂອງປະເທດຊາດອີກດ້ວຍ. ຫຼາຍນ້ອງມີຄວາມໃຝ່ຝັນຢາກເປັນທະຫານ. ບາງນ້ອງກໍ່ຢາກເປັນຄູເພື່ອໃຫ້ໄດ້ມາສອນໜັງສືຢູ່ເຈື່ອງຊາ...

ເມື່ອເວົ້າກ່ຽວກັບການເຄື່ອນໄຫວທີ່ມີຄວາມໝາຍນີ້, ອ້າຍ ເຈິ່ນຫວູ໋ແທັ່ງ, ຫົວໜ້າສະໂມສອນ “ໄວໜຸ່ມເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ແບ່ງປັນວ່າ: ລາຍການ “ບັນດາຈົດໝາຍສົ່ງເຖິງພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ” ໂດຍສະໂມສອນ “ໄວໜຸ່ມເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ສົມທົບກັບຫໍພິພິທະພັນໄວໜຸ່ມຫວຽດນາມ ຜັນຂະຫຍາຍນັ້ນ ໂດຍປະຕິບັດມາໄດ້ 5 ປີນີ້ແລ້ວ, ຈຸດປະສົງແມ່ນເພື່ອແນໃສ່ປຸກລະດົມໃຫ້ນັກຮຽນ, ນັກສຶກສາໃນທົ່ວປະເທດຂຽນຈົດໝາຍ, ບັດອວຍພອນປີໃໝ່ສົ່ງໃຫ້ພະນັກງານ, ນັກຮົບທະຫານເຮືອທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK1. ນີ້ແມ່ນຂອງຂວັນທາງດ້ານຈິດໃຈທີ່ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນອາລົມຈິດ, ຄວາມເອົາໃຈໃສ່, ການແບ່ງປັນລະຫວ່າງເຂດດິນຕໍ່ແຜ່ນກັບພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ເຈື່ອງຊາເພື່ອປົກປັກຮັກສາເຂດນ່ານທະເລ, ນ່ານຟ້າທີ່ສັກກາລະບູຊາຂອງປະເທດຊາດ”.

ລະດູບານໃໝ່ປີສະຫຼູ 2021 ວຽນມາໃນທົ່ວປະເທດ. ຂອງຂວັນບຸນເຕັດພ້ອມກັບ “ບັນດາຈົດໝາຍສົ່ງເຖິງພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ” ຈາກເຂດດິນຕໍ່ແຜ່ນກໍ່ໄດ້ໄປເຖິງໝູ່ເກາະແລ້ວ ແລະໄດ້ຕໍ່ກໍາລັງແຮງເພື່ອໃຫ້ທະຫານ, ປະຊາຊົນຢູ່ເຈື່ອງຊາ ປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ