ປີສະລູ 2021,  ມີພະນັກງານ, ນັກຮົບຊາຍແດນນັບໝື່ນຄົນຍັງປະຕິບັດໜ້າທີ່ຢູ່ເຂດຊາຍແດນ. ລະດູບານໃໝ່ໃກ້ຈະວຽນມາ, ທ່ານພົນຕີ ໂດ໊ແຢັງເວື້ອງ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ ໄດ້ມີການແບ່ງປັນກັບຜູ້ອ່ານໜັງສືພິມກອງທັບປະຊາຊົນ.

ນັກຂ່າວ: ຂໍຮຽນສະຫາຍ, ອາດສາມາດເວົ້າໄດ້ວ່າ ປີ 2020 ຜ່ານມາ, ທະຫານຊາຍແດນ ໄດ້ປະຕິບັດໜ້າທີ່ຫຼາຍກວ່າຊຸມປີກ່ອນ. ສະຫາຍສາມາດໃຫ້ຮູ້ໝາກຜົນພົ້ນເດັ່ນຂອງທົ່ວກໍາລັງໃນຊຸມປີຜ່ານມາໄດ້ບໍ?

ພົນຕີ ໂດ໊ແຢັງເວື້ອງ:  ປີ 2020, ພາຍໃຕ້ການຊີ້ນໍານໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທົ່ວກໍາລັງທະຫານຊາຍແດນ ຍາມໃດກໍ່ສາມັກຄີ, ເປັນເອກະພາບ, ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສໍາເລັດບັນດາເປົ້າໝາຍ, ໜ້າທີ່ຢ່າງຮອບດ້ານ. ພົ້ນເດັ່ນແມ່ນ, ຄະນະພັກ, ກອງບັນຊາການທະຫານຊາຍແດນ ຍາມໃດກໍ່ເປັນເຈົ້າການ,  ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມີແຜນນະໂຍບາຍ, ວິທີການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນ, ເຂດທະເລໝູ່ເກາະຂອງປະເທດຢ່າງທັນການ, ມີປະສິດທິຜົນ. ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ມະຕິກ່ຽວກັບໂຄງການດໍາເນີນງານປະຕິບັດ ມະຕິເລກທີ 33-NQ/TW ຂອງກົມການເມືອງກ່ຽວກັບຍຸດທະສາດປົກປັກຮັກສາຊາຍແດນແຫ່ງຊາດ; ສ້າງຮ່າງກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ ຍື່ນສະເໜີຕໍ່ສະພາແຫ່ງຊາດ ຊຸດທີ XIV ເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສະມັນ ເທື່ອທີ 10.

leftcenterrightdel
ທ່ານພົນຕີ ໂດ໊ແຢັງເວື້ອງ. ພາບ: ຫວຽດຮ່າ.

ຄະນະພັກ,  ກອງບັນຊາການທະຫານຊາຍແດນ ໄດ້ສຸມໃສ່ຊີ້ນໍານໍາພາ ກະກຽມຢ່າງຮອບຄອບຖີ່ຖ້ວນ ແລະຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ທຸກຂັ້ນໃນທົ່ວກໍາລັງທະຫານຊາຍແດນສໍາເລັດຜົນ, ຮັກສາລະບອບກຽມພ້ອມສູ້ຮົບ, ສົມທົບກັນແກ້ໄຂບັນດາເຫດການເກີດຂຶ້ນຢູ່ເຂດຊາຍແດນຢ່າງມີປະສິດທິຜົນ. ກໍາລັງປ້ອງກັນ, ຕ້ານຢາເສບຕິດ ແລະອາດຊະຍາກໍາຂອງທະຫານຊາຍແດນ ໄດ້ດໍາເນີນການສືບສວນ-ສອບສວນນັບຮ້ອຍຄະດີສຳເລັດຜົນ... ວຽກງານປະຕິຮູບລະບຽບການບໍລິຫານທີ່ບັນດາດ່ານຊາຍແດນໄດ້ຮັບການຍູ້ແຮງ, ສ້າງເງື່ອນໄຂສະດວກ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ... ພິເສດ, ພະນັກງານ, ນັກຮົບທະຫານຊາຍແດນໄດ້ຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ປະຕິບັດໜ້າທີ່ຄວບຄູ່ທັງຄຸ້ມຄອງ, ປົກປັກຮັກສາຊາຍແດນໄວ້ຢ່າງໝັ້ນຄົງ, ທັງປະຕິບັດໜ້າທີ່ປ້ອງກັນຕ້ານພະຍາດໂຄວິດ-19 ເປັນຢ່າງດີ, ໄດ້ຮັບການຕີລາຄາສູງຈາກລັດ ແລະປະຊາຊົນ. 

ນັກຂ່າວ: ຂໍຮຽນສະຫາຍ, ຂໍສະຫາຍໃຫ້ຮູ້ທະຫານຊາຍແດນໄດ້ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຄືແນວໃດ?

ທ່ານພົນຕີ ໂດ໊ແຢັງເວື້ອງ: ພາຍຫຼັງພະຍາດໂຄວິດ-19  ເກີດຂຶ້ນຢູ່ຈີນ ແລະແຜ່ລະບາດໄປສູ່ປະເທດຕ່າງໆ, ພວກຂ້າພະເຈົ້າ ໄດ້ຈັດສົ່ງພະນັກງານ, ນັກຮົບ 2.000 ກວ່າຄົນ ເພື່ອເພີ່ມເຕີມໃຫ້ແກ່ກໍາລັງທະຫານຊາຍແດນບັນດາແຂວງຕິດກັບຊາຍແດນທາງບົກ. ໄດ້ມີກວ່າ 1.600 ໜ່ວຍ, ດ່ານສະກັດກັ້ນພະຍາດ ດ້ວຍພະນັກງານ, ນັກຮົບກວ່າ 7.500 ຄົນປະຕິບັດໜ້າທີ່ລາດຕະເວນ, ຄວບຄຸມເພື່ອສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ເຂົາເຈົ້າໄດ້ປະກອບສ່ວນສະກັດກັ້ນບໍ່ໃຫ້ພະຍາດແຜ່ລະບາດເຂົ້າປະເທດ. ຄຽງຂ້າງນັ້ນ, ບັນດານັກຮົບທະຫານຊາຍແດນ ຍັງຕັ້ງໜ້າໂຄສະນາໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນເຂົ້າໃຈ ແລະຮູ້ຈັກວິທີປ້ອງກັນພະຍາດໂຄວິດ-19, ຂົນຂວາຍປະຊາຊົນບໍ່ເຂົ້າ-ອອກເມືອງຢ່າງຜິດກົດໝາຍ.

leftcenterrightdel
ພະນັກງານ, ນັກຮົບ ຄ້າຍທະຫານຊາຍແດນຕຸ່ງວ່າຍ (ກອງບັນຊາການ ທະຫານຊາຍແດນແຂວງຮ່າຢາງ) ລາດຕະເວນໃນສະພາບໜາວຈັດ. ພາບ:  ເລຟຽນ.

ນັກຂ່າວ: ສະນັ້ນ, ໃນບຸນປີໃໝ່ປະຈໍາຊາດນີ້, ໜ້າທີ່ເວັນຍາມຢູ່ເຂດຊາຍແດນແຫ່ງຊາດຂອງທະຫານຊາຍແດນ ຈະມີສິ່ງພິເສດໃດແດ່?

ພົນຕີ ໂດ໊ແຢັງເວື້ອງ: ແມ່ນແລ້ວ, ຄະນະພັກ,  ກອງບັນຊາການທະຫານຊາຍແດນ ໄດ້ຊີ້ນໍາບັນດາອົງການ, ກົມກອງວາງແຜນການ, ລະດົມກໍາລັງ ແລະພາຫະນະຍາມໃດກໍ່ກຽມພ້ອມສູ້ຮົບຢູ່ລະດັບສູງສຸດ ເພື່ອປົກປັກຮັກສາເຂດຊາຍແດນ, ຄົ້ນພົບ, ຕໍ່ສູ້, ສະກັດກັ້ນການທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ອາດຊະຍາກຳປະເພດຕ່າງໆຢ່າງທັນການ ແລະສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ບໍ່ປະໃຫ້ພະຍາດໂຄວິດ-19 ແຜ່ລະບາດເຂົ້າປະເທດ.

ໃນປັດຈຸບັນ, ພະຍາດໂຄວິດ-19 ຢູ່ປະເທດຕ່າງໆສືບຕໍ່ຜັນແປຢ່າງສັບສົນ, ຊາວຫວຽດນາມອາໄສຢູ່ຕ່າງປະເທດຫຼາຍຄົນຢາກກັບເມືອບ້ານເກີດເມືອງນອນ ເພື່ອຢາກຫຼີກພະຍາດ ແລະຕ້ອນຮັບບຸນເຕັດ, ສະນັ້ນ, ອາດຈະເກີດສະພາບການເຂົ້າ-ອອກເມືອງຢ່າງຜິດກົດໝາຍເພື່ອຫຼີກລ້ຽງການແຍກປ່ຽວ. ສິ່ງພິເສດທີ່ສຸດໃນບຸນເຕັດປີນີ້ແມ່ນພະນັກງານ, ນັກຮົບທະຫານຊາຍແດນສືບຕໍ່ປະຕິບັດໜ້າທີ່ຢູ່ບັນດາໜ່ວຍ, ດ່ານສະກັດກັ້ນພະຍາດ. ພະນັກງານ, ນັກຮົບທະຫານຊາຍແດນສ່ວນຫຼາຍຈະບໍ່ໄດ້ຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວ, ຍາດຕິພີ່ນ້ອງ, ຕ້ອງເວັນຍາມຢູ່ດ່ານສະກັດກັ້ນພະຍາດຢູ່ໃນປ່າ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ພະນັກງານ, ນັກຮົບ 100% ຍາມໃດກໍ່ມີຄວາມອຸ່ນອ່ຽນໃຈ ກໍານົດຄວາມຮັບຜິດຊອບຂອງຕົນ, ສົມເປັນກໍາລັງປະຈັນບານໃນດ່ານໜ້າຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19.

ນັກຂ່າວ: ສະຫາຍສາມາດແບ່ງປັນສານຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ ທີ່ສົ່ງເຖິງແນວຫຼັງຂອງພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ຢູ່ເຂດຊາຍແດນໃນໂອກາດບຸນເຕັດໄດ້ບໍ?

ພົນຕີ ໂດ໊ແຢັງເວື້ອງ: ພະນັກງານ, ນັກຮົບທະຫານຊາຍແດນພວກຂ້າພະເຈົ້າຍາມໃດກໍ່ກໍານົດຢ່າງຈະແຈ້ງຄວາມຮັບຜິດຊອບຂອງຕົນແມ່ນຕ້ອງອຸທິດເຫື່ອແຮງ, ເປັນຈິດໜຶ່ງໃຈດຽວ ເພື່ອພາລະກິດຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ. ຢູ່ໄກຈາກຄອບຄົວ, ບ້ານເກີດເພື່ອປະຕິບັດໜ້າທີ່ຢູ່ດ່ານໜ້າຂອງປະເທດແມ່ນກຽດສະຫງ່າທັງແມ່ນຄວາມຮັບຜິດຊອບ, ແຕ່ກໍ່ແມ່ນການເສຍສະຫຼະບໍ່ແມ່ນໜ້ອຍຂອງພະນັກງານ, ນັກຮົບ ແລະຄອບຄົວຂອງເຈົາເຈົ້າ.

ການເສຍສະຫຼະອັນໃຫຍ່ຫຼວງຂອງແນວຫຼັງເປັນບ່ອນອີງໃຫ້ແກ່ພະນັກງານ, ນັກຮົບ. ບັນດາຄອບຄົວ, ປູ່ຍ່າຕາຍາຍ, ພໍ່ແມ່, ລູກເມຍ... ຍາມໃດກໍ່ຊາບຊຶ້ງແບ່ງປັນຕໍ່ຄວາມຫຍຸ້ງຍາກ, ການເສຍສະຫຼະເພື່ອລະດົມກໍາລັງໃຈຍາດຕິພີ່ນ້ອງແມ່ນທະຫານຊາຍແດນ ໃຫ້ມີຄວາມອຸ່ນອ່ຽນໃຈເພື່ອປະຕິບັດໜ້າທີ່. ຄະນະພັກ, ກອງບັນຊາການທະຫານຊາຍແດນ ແລະທົ່ວກໍາລັງທະຫານຊາຍແດນ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈການຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ແນວຫຼັງ, ຄອບຄົວຂອງບັນດາພະນັກງານ, ນັກຮົບທະຫານຊາຍແດນ. ເນື່ອງໃນໂອກາດປີໃໝ່, ຂໍອວຍພອນຄອບຄົວທັງໝົດຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສໍາເລັດ ແລະພ້ອມກັບທົ່ວປະເທດ ຕ້ອນຮັບບຸນປີໃໝ່ປະຈໍາຊາດໃນຄວາມມ່ວນຊື່ນ, ສະຫງົບສຸກ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ທູຈາງ