ທ່ານພັນເອກ ວັນສີ ສອນມີໄຊ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮ໊ວາ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021.

leftcenterrightdel
ກອງບັນຊາການທະຫານແຂວງຫົວພັນ ມອບຂອງຂວັນບຸນເຕັດໃຫ້ແກ່ກໍາລັງປະກອບອາວຸດແຂວງແທັງຮ໊ວາ. ພາບ: baothanhhoa.vn.

ກ່າວຄໍາເຫັນທີ່ການເຮັດວຽກ, ການນໍາກອງບັນຊາການທະຫານແຂວງແທັງຮ໊ວາ ແລະກອງບັນຊາການທະຫານຊາຍແດນແຂວງແທັງຮ໊ວາ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງປະເທດເພື່ອນມິດລາວເວົ້າລວມ ແລະກອງບັນຊາການທະຫານແຂວງຫົວພັນເວົ້າສະເພາະໃນການສົມທົບກັນປະຕິບັດໜ້າທີ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຂອງສອງປະເທດ; ປາດຖະໜາວ່າ ໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີສາຍພົວພັນຮ່ວມມື, ປະກອບສ່ວນຊຸກຍູ້ໜ້າທີ່ສ້າງສາ, ປົກປັກຮັກສາຊາຍແດນສັນຕິພາບ, ມິດຕະພາບ ແລະພັດທະນາ.

ໂດຍ: ເຈິ່ນຮວ່ຽນ