leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືປ້ອງກັນຊາຍແດນ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ເລດຶກຖ໊າຍ, ຫົວໜ້າກອງບັນຊາການທະຫານຊາຍແດນ ຢືນຢັນວ່າ ເຫດການລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍເປັນຂີດໝາຍພັດທະນາໃໝ່, ແທດຈິງ, ມີປະສິດທິຜົນກວ່າເກົ່າໃນການພົວພັນສົມທົບກັນລະຫວ່າງກໍາລັງປົກປັກຮັກສາ, ຄຸ້ມຄອງຊາຍແດນສອງປະເທດ; ສະແດງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມຕັດສິນໃຈຂອງສອງຝ່າຍໃນການກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ກໍາປູເຈຍ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ. ຄຽງຂ້າງນັ້ນ, ຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນຊາຍແດນຈະປະກອບສ່ວນຢ່າງຕັ້ງໜັ້າເຂົ້າໃນການປະຕິບັດສຳເລັດວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນຕາມແຜນການຂອງລັດຖະບານສອງປະເທດ; ສ້າງປະຖົມປັດໄຈ ເພື່ອກ້າວໄປເຖິງການເຊັນອະນຸສັນຍາວ່າດ້ວຍການຮ່ວມມືປ້ອງກັນຊາຍແດນຂັ້ນກະຊວງປ້ອງກັນປະເທດສອງປະເທດ...

ໂດຍ: ທູຈາງ