ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງຫົວພັນ ນໍາໂດຍທ່ານພັນໂທ ພູທິດ ແສງເພັນ ຮອງຫົວໜ້າກອງບັນຊາການ; ຄະນະປະຕິບັດງານຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ນໍາໂດຍທ່ານພັນເອກ ເພັດສອນ ອິນສຸພັນ.

leftcenterrightdel
ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ, ລາວ ມອບຂອງຂວັນບຸນເຕັດໃຫ້ແກ່ພະນັກງານ, ນັກຮົບທະຫານຊາຍແດນແຂວງເງະອານ. ພາບ: ເລແທັກ.

ຫົວໜ້າຄະນະປະຕິບັດງານດັ່ງກ່າວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຢ່າງຈົບງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ; ສົ່ງຄໍາອວຍພອນໃຫ້ພະນັກງານ, ນັກຮົບທະຫານຊາຍແດນແຂວງເງະອານປີໃໝ່ຈົ່ງຢູ່ດີມີແຮງ, ມີຄວາມຈະເລີນຮັ່ງມີ.

ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເງະອານ ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງຫົວພັນ, ລາວ ໄດ້ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສະກັດກັ້ນບັນດາເປົ້າໝາຍຂ້າມຊາຍແດນເຊິ່ງຜິດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ໃນໄລຍະຈະມາເຖິງ, ບັນດາກົມກອງໄດ້ເຫັນດີເປັນເອກະພາບນຳກັນວ່າຈະສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມື, ແລກປ່ຽນສະພາບການ, ສົມທົບກັນຜັນຂະຫຍາຍບັນດາເນື້ອໃນໃນໜ້າທີ່ຮ່ວມມືຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ