ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ; ອະທິປະໄຕ, ສິດອະທິປະໄຕ ແລະສິດອຳນາດສານສໍາລັບເຂດທະເລຕ່າງໆແມ່ນສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະຈະເດັດດ່ຽວ, ຢຶດໝັ້ນຕໍ່ມາດຕະການທີ່ສອດຄ່ອງກັບກົດໝາຍສາກົນເພື່ອປົກປ້ອງສິດຖືກຕ້ອງຕາມກົດໝາຍ ແລະຊອບທຳນັ້ນ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ,  ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ, ມີຄວາມຮັບຜິດຊອບຕໍ່ການປະຕິບັດກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ດ້ວຍເຈດຕະນາດີ, ບໍ່ມີການກະທໍາເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍສາກົນຢູ່ທະເລ ແລະຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລຢູ່ເຂດທະເລຕາເວັນອອກ.

ໂດຍ: ເຈິ່ນຮວ່ຽນ