ພາຍຫຼັງມອບແຜນທີ່ຊາຍແດນຫວຽດນາມ-ກຳປູເຈຍ ດ້ວຍມາດຕາສ່ວນ 1/25.000, ບັນດານັກຊ່ຽວຊານເຕັກນິກແຜນທີ່ຂອງກະຊວງຊັບພະຍາກອນ ແລະສິ່ງແວດລ້ອມໄດ້ຈັດຕັ້ງການຕິດຕັ້ງ, ແນະນຳການນຳໃຊ້ແຜນທີ່ດີຈີຕອນຢູ່ຄອມພິວເຕີ, ໂທລະສັບສະຫຼາດ ແລະຝຶກອົບຮົມກ່ຽວກັບການນຳໃຊ້ແຜນທີ່ໃຫ້ບັນດາພະນັກງານ, ນັກຮົບ ແລະພາລະກອນນຳໃຊ້ແຜນທີ່ໂດຍກົງໃນການປະຕິບັດໜ້າທີ່ຢູ່ເຂດຊາຍແດນ.

leftcenterrightdel
ຜູ້ແທນຝຶກອົບຮົບກ່ຽວກັບການນຳໃຊ້ແຜນທີ່ດີຈີຕອນດ້ວຍຄອມພິວເຕີ ແລະໂທລະສັບສະຫຼາດ. ພາບ: qdnd.vn.

ແຜນທີ່ພູມສາດເຂດຊາຍແດນຫວຽດນາມ-ກຳປູເຈຍ ມາດຕາສ່ວນ 1/25.000 ແມ່ນເອກະສານນິຕິກຳ-ເຕັກນິກ ສະແດງໃຫ້ເຫັນຜົນຂອງການຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນທາງບົກ ເຊິ່ງສອງປະເທດບັນລຸໄດ້ຮອດປະຈຸບັນ ແລະແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກອະນຸສັນຍາຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນທາງບົກລະຫວ່າງ ສສ. ຫວຽດນາມ ແລະລາຊະອານາຈັກກຳປູເຈຍ ທີ່ລົງນາມໃນວັນທີ 5 ຕຸລາ 2019, ມີຜົນສັກສິດນັບແຕ່ວັນທີ 22 ທັນວາ 2020.

ໂດຍ: ແສງເດືອນ