ທີ່ການແລກປ່ຽນ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງແຂວງກວ໋າງບີີ່ງ ແລະຄໍາມ່ວນ ໃນປີຜ່ານມາ. ຕາມນັ້ນແລ້ວ, ວຽກງານປົກປັກຮັກສາຊາຍແດນ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຄວບຄຸມການເຂົ້າ-ອອກເມືອງ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ສືບຕໍ່ໄດ້ຮັບການຮັກສາ, ປ້ອງກັນເປັນປະຈໍາຈາກສອງຝ່າຍ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງກວ໋າງບີ່ງ (ຫວຽດນາມ) ມອບອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ກອງບັນຊາການທະຫານແຂວງຄໍາມ່ວນ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ (ລາວ). ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບວຽກງານຄວບຄຸມການເຂົ້າ-ອອກເມືອງ ແລະອາດຊະຍາກໍາຢູ່ເສັ້ນຊາຍແດນ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຕໍ່ສູ້, ສະກັດກັ້ນ, ພ້ອມທັງໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນສອງຝ່າຍປະຕິບັດຕາມກົດໝາຍຂອງສອງປະເທດ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານຊາຍແດນແຂວງກວ໋າງບີ່ງ ໄດ້ມອບອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ກອງບັນຊາການທະຫານແຂວງຄໍາມ່ວນ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ (ລາວ).

ໂດຍ: ເກື່ອງດັ້ງ