leftcenterrightdel
ພໍ່ແມ່ປະຊາຊົນເປັນຈໍານວນຫຼວງຫຼາຍເຂົ້າຮ່ວມພິທີສົ່ງຄະນະປະຕິບັດງານໄປຍັງໝູ່ເກາະເຈື່ອງຊາ. ພາບ: qdnd.vn.

ຄະນະປະຕິບັດງານໄດ້ນໍາເອົາສິນຄ້າ ເຊິ່ງແມ່ນເຄື່ອງໃຊ້ທີ່ຈໍາເປັນຮັບໃຊ້ທະຫານ ແລະປະຊາຊົນໝູ່ເກາະເຈື່ອງຊາ ຕ້ອນຮັບບຸນປີໃໝ່ປະຈໍາຊາດປີສະລູ 2021. ຄາດຄະເນວ່າໃນ 20 ວັນ, ຄະນະຈະໄປຢ້ຽມຢາມທຸກໝູ່ເກາະ, ສະຖານທີ່ຕັ້ງທັບສັງກັດເມືອງເຈື່ອງຊາ. ກ່າວຄໍາເຫັນທີ່ພິທີ, ການນໍາແຂວງແຄ໋ງຮວ່າ ອວຍພອນຄະນະປະຕິບັດງານຢູ່ດີມີແຮງ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສໍາເລັດທຸກໜ້າທີ່; ອວຍພອນທະຫານ ແລະປະຊາຊົນຢູ່ເມືອງເກາະເຈື່ອງຊາ ຢູ່ດີມີແຮງ, ມີຄວາມຜາສຸກ ແລະຕ້ອນຮັບບຸນປີໃໝ່ປະຈໍາຊາດດ້ວຍຄວາມອົບອຸ່ນ, ປອດໄພ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ພິເສດແມ່ນສ້າງຜົນງານຫຼາຍຢ່າງ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ທີ່ພິທີ, ການນໍາແຂວງແຄ໋ງຮວ່າ ໄດ້ມອບຂອງຂວັນບຸນເຕັດໃຫ້ຄະນະປະຕິບັດງານ ແລະທະຫານ, ປະຊາຊົນໃນໝູ່ເກາະ.

ໂດຍ: ທະນາພອນ