leftcenterrightdel
ກອງບັນຊາການທະຫານເຮືອເຂດ 4 ໄດ້ມອບໃບຢັ້ງຢືນໃຫ້ແກ່ໝູ່ຄະນະທີ່ມີຜົນງານດີເດັ່ນ. ພາບ: ວັນແຫ້ງ.

ປີ 2020, ວຽກງານສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະລະຫວ່າງທະຫານເຮືອເຂດ 4 ແລະຄະນະໂຄສະນາສຶກສາຄະນະພັກແຂວງ 4 ແຂວງດັ່ງກ່າວໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຖືກຕ້ອງຕາມແຜນການ, ບັນລຸຄຸນນະພາບ, ມີປະສິດທິຜົນຢ່າງແທດຈິງ. ບັນດາກົມກອງໄດ້ສົມທົບກັນໂຄສະນາກ່ຽວກັບກົດໝາຍວ່າດ້ວຍທະເລຫວຽດນາມ ໃຫ້ກວ່າ 4.000 ເທື່ອຄົນ; ແຈກ 2.000 ໃບປິວ; ມອບທຸງຊາດ 1.600 ຜືນ, ມອບເສື້ອຊູຊີບໃຫ້ຊາວປະມົງເກືອບ 300 ຜືນ... ປີ 2021, ທະຫານເຮືອເຂດ 4 ແລະຄະນະໂຄສະນາສຶກສາຄະນະພັກແຂວງ 4 ແຂວງດັ່ງກ່າວຈະສືບຕໍ່ສົມທົບກັນຕິດພັນກັບການໂຄສະນາກ່ຽວກັບທະເລ, ໝູ່ເກາະ, ສຸມໃສ່ຕໍ່ສູ້ກັບທັດສະນະທີ່ຜິດພາດຂອງບັນດາອິດທິກໍາລັງປໍລະປັກ, ສົມທົບກັນໂຄສະນາດຶງດູດເອົາແຫຼ່ງກໍາລັງເພື່ອກໍ່ສ້າງເຫຼົ່າທັບເຮືອ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານເຮືອເຂດ 4 ໄດ້ມອບໃບຢັ້ງຢືນໃຫ້ 8 ໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະປີ 2020.

ໂດຍ: ເກື່ອງດັ້ງ