ພິທີໄດ້ຈັດຂຶ້ນຜ່ານລະບົບທາງໄກ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ.

ດ້ວຍເລື່ອງສຳເລັດການແລກປ່ຽນເອກະສານໃຫ້ສັດຕະຍາບັນ, ເອກະສານນິຕິກຳ 2 ສະບັບ ໄດ້ຮັບຮູ້ຜົນງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ-ກໍາປູເຈຍ (ປະມານ 84%) ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 22 ທັນວາ 2020 ເປັນຕົ້ນໄປ ແລະກ້າວເຂົ້າສູ່ຊີວິດການເມືອງຂອງສອງປະເທດ. ເອກະສານນິຕິກຳ 2 ສະບັບມີຜົນສັກສິດແມ່ນມີຄວາມໝາຍສຳຄັນທາງປະຫວັດສາດໃນວິວັດທະນາການກວ່າ 36 ປີແຫ່ງການແກ້ໄຂບັນຫາຊາຍແດນທາງບົກລະຫວ່າງຫວຽດນາມ-ກຳປູເຈຍ, ປະກອບສ່ວນເຂົ້າໃນການປັບປຸງ ແລະຍົກສູງສາຍພົວພັນລະຫວ່າງຫວຽດນາມ-ກໍາປູເຈຍ ໃຫ້ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ພິທີແລກປ່ຽນເອກະສານໃຫ້ສັດຕະຍາບັນສົນທິສັນຍາເພີ່ມເຕີມປີ 2019 ແລະອະນຸສັນຍາວ່າດ້ວຍການຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ-ກຳປູເຈຍ. ພາບ: ເຈິ່ນດວ່ານ.

ເລື່ອງເອກະສານນິຕິກໍາ 2 ສະບັບໄດ້ລົງນາມໃນປີ 2019 ແລະມີຜົນສັກສິດນັ້ນ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ, ເຈດຕະນາດີ ແລະຄວາມມານະພະຍາຍາມຂອງທັງສອງປະເທດຫວຽດນາມ ແລະກຳປູເຈຍ ໃນການແກ້ໄຂບັນຫາຊາຍແດນລວມ. ສົນທິສັນຍາເພີ່ມເຕີມປີ 2019 ແລະອະນຸສັນຍາວ່າດ້ວຍການຂີດເສັ້ນປັກຫຼັກໝາຍຊາຍແດນພ້ອມກັບສົນທິສັນຍາວ່າດ້ວຍການວາງແຜນກໍານົດຊາຍແດນແຫ່ງຊາດປີ 1985 ແລະສົນທິສັນຍາເພີ່ມເຕີມປີ 2005 ຈະເປັນກອບນິຕິກໍາພື້ນຖານໃນການຄຸ້ມຄອງ, ປົກປັກຮັກສາ ແລະພັດທະນາເສັ້ນຊາຍແດນທາງບົກລະຫວ່າງຫວຽດນາມ-ກຳປູເຈຍ ໃນສະພາບການໃໝ່, ຮັບປະກັນການຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ... ຈາກນັ້ນສ້າງເສັ້ນຊາຍແດນຫວຽດນາມ-ກຳປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ ແລະປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີຄວາມສາມັກຄີໃນອາຊຽນ, ຍົກສູງອິດທິພົນຊື່ສຽງ ແລະຖານະທີ່ຕັ້ງຂອງອາຊຽນໃນເວທີສາກົນ.

ໃນໄລຍະຈະມາເຖິງ, ສອງປະເທດຈະຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງພິທີມອບ-ຮັບ ແລະຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນໃຫ້ສອດຄ່ອງກັບອະນຸສັນຍາວ່າດ້ວຍການຂີດເສັ້ນປັກຫຼັກໝາຍຊາຍແດນ, ພ້ອມກັນນັ້ນ, ສືບຕໍ່ເຈລະຈາເພື່ອສ້າງສົນທິສັນຍາສາກົນກ່ຽວກັບຂໍ້ກໍານົດໃນການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ ກໍ່ຄືການແກ້ໄຂ 16% ເສັ້ນຊາຍແດນທີ່ຍັງບໍ່ທັນສຳເລັດການຂີດເສັ້ນປັກຫຼັກໝາຍຊາຍແດນ.

ໂດຍ: ທະນາພອນ