ຕາມນັ້ນແລ້ວ, ແຂວງຫົວພັນ ໄດ້ເປີດຊົ່ວຄາວດ່ານບ້ານດ່ານກັບດ່ານເຂົາຈ່ຽງເຄືອງ, ແຂວງເຊີນລາ ເພື່ອຮັບໃຊ້ການສົ່ງອອກຜະລິດຕະພັນກະເສດດ້ວຍເງື່ອນໄຂ “ຮັບປະກັນປະຕິບັດບັນດາມາດຕະການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ”.

ກ່ອນໜ້ານັ້ນ, ລັດຖະບານລາວ ກໍ່ໄດ້ອະນຸຍາດໃຫ້ເປີດຊົ່ວຄາວບາງດ່ານປະເພນີກັບບັນດາປະເທດບ້ານໃກ້ເຮືອນຄຽງ ເພື່ອໜູນຊ່ວຍວິສາຫະກິດພາຍໃນປະເທດຟື້ນຟູການຂົນສົ່ງ, ນໍາເຂົ້າ-ສົ່ງອອກສິນຄ້າ.

leftcenterrightdel
ລາວ ຍັງເພີ່ມທະວີມາດຕະການກວດກາ, ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຢູ່ດ່ານຊາຍແດນຢ່າງເຂັ້ມງວດ. ພາບ: vov.vn.

ປະຈຸບັນ, ບົນພື້ນຖານຂໍ້ສະເໜີຂອງບາງອົງການ, ວິສາຫະກິດ, ລັດຖະບານລາວ ໄດ້ຜ່ອນຜັນກົດລະບຽບກ່ຽວກັບການຈໍາກັດການໄປມາຢູ່ເຂດຊາຍແດນດ້ວຍວິທີອະນຸຍາດໃຫ້ເປີດດ່ານປະເພນີໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ ແລະດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອຮັບໃຊ້ຄວາມຕ້ອງການສົ່ງອອກແຮ່ barit ສໍາເລັດຮູບ.

ລັດຖະບານລາວ ກໍ່ອະນຸຍາດໃຫ້ເປີດດ່ານປະເພນີທ່າສະອາດ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ, ຊ່ວຍບໍລິສັດເຂື່ອນໄຟຟ້ານໍ້າເທີນ 1 ນໍາເຂົ້າວັດຖຸກໍ່ສ້າງເພື່ອຮັບໃຊ້ໂຄງການ.

ໂດຍ: ທະນາພອນ