ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕີລາຄາວ່າ ການຮ່ວມມືທາງທະເລແມ່ນຂົງເຂດບຸລິມະສິດໃນການຮ່ວມມືພາກພື້ນ, ດ້ວຍການເຂົ້າຮ່ວມຂອງຫຼາຍກົນໄກ, ອົງການວິຊາການ. ມີເອກະສານ, ຂໍ້ຕົກລົງສໍາຄັນວ່າດ້ວຍການຮ່ວມມືທາງທະເລຫຼາຍສະບັບໄດ້ຮັບຮອງເອົາ, ໃນນັ້ນມີສະບັບໃໝ່ຫຼ້າສຸດໃນປີ 2020 ແມ່ນຖະແຫຼງການຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ກ່ຽວກັບການພັດທະນາແບບຍືນຍົງ.

ບັນດາຜູ້ແທນກໍ່ໄດ້ແລກປ່ຽນກ່ຽວກັບສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນຢູ່ທະເລ, ໃນນັ້ນມີບັນດາສິ່ງທ້າທາຍທີ່ບໍ່ແມ່ນການທະຫານ ຄື: ການຫາປາຢ່າງຜິດກົດໝາຍ, ມົນລະພິດທາງສິ່ງແວດລ້ອມທະເລ ແລະຢາງປລາດສະຕິກ, ອາດຊະຍາກໍາທາງທະເລ...

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຕໍ່ໜ້າສະພາບການດັ່ງກ່າວ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບນໍາກັນວ່າ ອາຊຽນ ຄວນພິຈາລະນາສ້າງວິທີສໍາຜັດກັບຄວາມຜູກພັນ, ສັງລວມ ແລະຮອບດ້ານກ່ຽວກັບການຮ່ວມມືທາງທະເລບົນພື້ນຖານຄວາມກົມກຽວກັນລະຫວ່າງບຸລິມະສິດ, ຜົນປະໂຫຍດຂອງປະເທດຊາດ ແລະຂອງພາກພື້ນ, ລະຫວ່າງໂຄງການ, ແຜນການພັດທະນາປະເທດຊາດກັບພາກພື້ນ ແລະສາກົນ... ມີຫຼາຍຄໍາຄິດເຫັນກໍສະເໜີວ່າ ອາຊຽນ ຄວນສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຄື: ການເຊື່ອມຕໍ່ໃນການເດີນທະເລ ແລະການຄ້າທາງທະເລ, ປົກປ້ອງສິ່ງແວດລ້ອມທະເລ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ຊອກຫາກູ້ໄພກູ້ຊີບ ໄປຄຽງຄູ່ກັບການໜູນຊ່ວຍມະນຸດສະທໍາໃຫ້ແກ່ປະຊາຊົນ ແລະກໍາປັ່ນທີ່ປະສົບອຸບັດຕິເຫດຢູ່ທະເລ, ຕ້ານການຫາປາຢ່າງຜິດກົດໝາຍ... ພ້ອມກັນນັ້ນ, ບັນດາຜູ້ແທນກໍ່ຮຽກຮ້ອງວ່າ ຄວນເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນເຄື່ອນໄຫວລະຫວ່າງບັນດາອົງການ, ໃນນັ້ນເອົາໃຈໃສ່ເຖິງການເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງ AMF ໃຫ້ຫຼາຍກວ່າອີກ.

ໂດຍ: ທູຈາງ