ໃນໄລຍະຜ່ານມາ, ສະພາບຝົນຕົກ, ນ້ຳຖ້ວມໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງພາກກາງ ແລະພາກໃຕ້ຂອງລາວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືບັນດາກໍາລັງປະຕິບັດໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

leftcenterrightdel
ທ່ານພັນເອກ ຫວໍຕ໊ຽນຫງີ້ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ມອບເຂົ້າສານ 75 ໂຕນໃຫ້ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ກົມໃຫຍ່ຕໍາຫຼວດ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ມີງຕວ່ານ.

ເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກກັບກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນ ແລະໜູນຊ່ວຍປະຊາຊົນລາວ ຜ່ານຜ່າຄວາມຫຍຸ້ງຍາກ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບເຂົ້າສານ 75 ໂຕນ, ດ້ວຍຍອດມູນຄ່າ 1,5 ຕື້ດົ່ງໃຫ້ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ກົມໃຫຍ່ຕໍາຫຼວດ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ.

ທີ່ພິທີມອບ-ຮັບ, ຜູ້ຕາງໜ້າການນໍາກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ກົມໃຫຍ່ຕໍາຫຼວດ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ຄວາມເອົາໃຈໃສ່, ຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນຫວຽດນາມ ເວົ້າລວມ ແລະກຳລັງທະຫານຊາຍແດນແຂວງຮ່າຕີ໋ງ ເວົ້າສະເພາະທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອກໍາລັງທີ່ກ່ຽວຂ້ອງ ແລະປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19; ພ້ອມທັງສະແດງຄວາມປາດຖະໜາວ່າສອງຝ່າຍຈະສືບຕໍ່ສ້າງເງື່ອນໄຂ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການປະຕິບັດໜ້າທີ່, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ,  ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນໄວ້ຢ່າງໝັ້ນຄົງ.

ໂດຍ: ເຈິ່ນຮວ່ຽນ