ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ຖືວ່າ ສະພາບການຢູ່ທະເລຕາເວັນອອກຍັງມີສິ່ງທ້າທາຍຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເຊິ່ງໄດ້ສົ່ງຜົນກະທົບເຖິງສັນຕິພາບ, ຄວາມໝັ້ນຄົງ ແລະການຮ່ວມມືຢູ່ພາກພື້ນ.

ຕາມທ່ານ ບຸ່ຍແທັງເຊີນ ແລ້ວ, ບັນດາຝ່າຍຄວນຍົກສູງຈິດໃຈເຈລະຈາ, ຊຸກຍູ້ການຮ່ວມມື, ພ້ອມກັນພັດທະນາ ແລະພ້ອມກັນຊອກຫາມາດຕະການສັນຕິພາບໃຫ້ແກ່ຄວາມແຕກຕ່າງກັນ ແລະການຂັດແຍ້ງກັນຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ; ເພີ່ມທະວີການຮ່ວມມື, ຫັນທະເລຕາເວັນອອກໃຫ້ກາຍເປັນເຂດທະເລທີ່ມີການເຊື່ອມຈອດ ແລະຮ່ວມມືແທນທີ່ການແກ່ງແຍ້ງ ແລະສູ້ຢັນກັນ...

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: dangcongsan.vn.

ທ່ານ ບຸ່ຍແທັງເຊີນ ກໍ່ເນັ້ນໜັກວ່າ ບັນດາປະເທດ ຄວນສືບຕໍ່ຊຸກຍູ້ບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງຢູ່ພາກພື້ນ, ສະໜັບສະໜູນເອກະສານທັດສະນະຂອງອາຊຽນ ວ່າດ້ວຍມະຫາສະໝຸດອິນເດຍ-ປາຊີຟິກ ແລະເຫັນດີເປັນເອກະພາບຕໍ່ເລື່ອງອາຊຽນ ມີວິທີສໍາຜັດຍຸດທະສາດລວມສຳລັບບັນຫາຄວາມໝັ້ນຄົງທາງທະເລໃນພາກພື້ນ; ສ້າງເງື່ອນໄຂສະດວກເພື່ອໃຫ້ອາຊຽນ ແລະຈີນ ເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ; ບໍ່ດຳເນີນບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວ, ນັບທັງດ້ານການທະຫານ ແລະພົນລະເຮືອນ ເພື່ອແນໃສ່ປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ; ສືບຕໍ່ເຊີດຊູ, ເຄົາລົບຄວາມຄົບຖ້ວນສົມບູນ ແລະຄຸນຄ່າທີ່ເປັນເອກະພາບ, ທົ່ວໄປຂອງ UNCLOS 1982, ຖືສົນທິສັນຍາສະບັບນີ້ແມ່ນພື້ນຖານດ້ານນິຕິກຳໃຫ້ແກ່ທຸກການເຄື່ອນໄຫວຢູ່ທະເລ, ພ້ອມທັງຕ້ອງເຄົາລົບສິດຜົນປະໂຫຍດອັນຊອບທຳໂດຍອີງໃສ່ກົດໝາຍສາກົນຂອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ.

ໂດຍ: ທູຈາງ