ທີ່ພິທີມອບ-ຮັບ, ຜູ້ຕາງໜ້າຂອງ 22 ອົງການໄດ້ຮັບຊຸດແຜນທີ່ ແລະເຂົ້າຮ່ວມການຝຶກອົບຮົມ, ແນະນໍາການຕັ້ງຄ່າ, ນໍາໃຊ້ແຜນທີ່ດີຈີຕອນ ເພື່ອນໍາໃຊ້ເຂົ້າໃນວຽກງານຊາຍແດນພາຍຫຼັງເອກະສານນິຕິກໍາຈໍານວນ 2 ສະບັບໄດ້ຮັບຮູ້ຜົນການຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກ (ປະມານ 84%) ລະຫວ່າງຫວຽດນາມ - ກໍາປູເຈຍ ມີຜົນສັກສິດ.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບສັນຍາລັກແຜນທີ່ພູມີປະເທດຊາຍແດນຫວຽດນາມ - ກໍາປູເຈຍ ໃນອັດຕາ 1/25.000. ພາບ: ເຟືອງລິງ.

ແຜນທີ່ພູມີປະເທດຊາຍແດນຫວຽດນາມ - ກໍາປູເຈຍ ໃນອັດຕາ 1/25.000 ແມ່ນເອກະສານນິຕິກໍາ-ເຕັກນິກເຊິ່ງສະແດງໃຫ້ເຫັນຢ່າງຄົບຖ້ວນຜົນການຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງສອງປະເທດທີ່ບັນລຸໄດ້ມາຮອດປັດຈຸບັນ ແລະແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງອະນຸສັນຍາວ່າດ້ວຍການຂີດເສັ້ນປັກຫຼັກໝາຍຊາຍແດນລະຫວ່າງ ສສ ຫວຽດນາມ ແລະລາຊະອານາຈັກ ກໍາປູເຈຍ ເຊິ່ງໄດ້ລົງນາມໃນວັນທີ 5 ຕຸລາ 2019.

ຊຸດແຜນທີ່ພູມີປະເທດພ້ອມກັບເອກະສານນິຕິກໍາ 2 ສະບັບທີ່ໄດ້ລົງນາມໃນປີ 2019 ແລະລະບົບຫຼັກໝາຍຊາຍແດນຢ່າງກວ້າງຂວາງງາມຕາ, ທັນສະໄໝໃນພູມີປະເທດແມ່ນຜົນງານອັນໃຫຍ່ຫຼວງເຊິ່ງສອງປະເທດບັນລຸໄດ້ພາຍຫຼັງການເຈລະຈາມາໄດ້ 30 ກວ່າປີ. ຜົນງານທີ່ບັນລຸໄດ້ນີ້ແມ່ນຍ້ອນມີການຮ່ວມມືບົນຈິດໃຈເຈດຕະນາດີ ແລະສ້າງສັນ, ມີການສົມທົບຢ່າງເຂົ້າກັນດີໃນທຸກຂອດລະຫວ່າງບັນດານັກຊ່ຽວຊານຊາຍແດນຂອງສອງປະເທດ.

ໂດຍ: ໄຊຊະນະ