leftcenterrightdel
ຄະນະຈັດຕັ້ງມອບລາງວັນໃຫ້ພວກນ້ອງນັກຮຽນທີ່ບັນລຸໄດ້ຜົນງານດີເດັ່ນໃນການແຂ່ງຂັນ. ພາບ: qdnd.vn.

ຜ່ານການແຂ່ງຂັນແມ່ນເພື່ອແນໃສ່ຍົກສູງຄຸນນະພາບວຽກງານໂຄສະນາກ່ຽວກັບທະເລ, ໝູ່ເກາະຫວຽດນາມ; ປະກອບຄວາມຮູ້ພື້ນຖານ, ຄື: ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ກົດໝາຍທະເລຫວຽດນາມ ປີ 2012; ບົດບາດ, ໜ້າທີ່, ມູນເຊື້ອຂອງກໍາລັງຕໍາຫຼວດທະເລ. ສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບ 9 ລາງວັນ ແລະໃບຍ້ອງຍໍໃຫ້ພວກນ້ອງນັກຮຽນທີ່ບັນລຸໄດ້ຜົນງານສູງ.

ເນື່ອງໃນໂອກາດນີ້, ກອງບັນຊາການຕໍາຫຼວດທະເລ ຍັງໄດ້ສົມທົບກັບບັນດາກົມກອງຮ່ວມເດີນທາງມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ, ມອບຂອງຂວັນໃຫ້ບັນດານັກຮຽນທຸກຍາກແຕ່ມັກຮຽນດ້ວຍຍອດມູນຄ່າກວ່າ 300 ລ້ານດົ່ງ; ຈັດຕັ້ງການກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທີ່ແມ່ນເປົ້າໝາຍນະໂຍບາຍໃນບໍລິເວນ.

ໂດຍ: ເຈິ່ນຮວ່ຽນ