ທ່ານພົນຈັດຕະວາ ເລດຶກຖາຍ, ຜູ້ບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Neth Savoeun, ຫົວໜ້າກົມໃຫຍ່ຕໍາຫຼວດແຫ່ງຊາດ, ລາຊະອານາຈັກກໍາປູເຈຍ ເປັນປະທານຮ່ວມການພົບປະເຈລະຈາ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ບ໋າວມີງ

ສອງຝ່າຍໄດ້ຕີລາຄາວ່າກອງທັບປະຊາຊົນຫວຽດນາມ ແລະກໍາລັງປະກອບອາວຸດກໍາປູເຈຍ ເວົ້າລວມ, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ຕໍາຫຼວດແຫ່ງຊາດ, ກົມໃຫຍ່ອົບພະຍົບ ກໍາປູເຈຍ ເວົ້າສະເພາະ ມີສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການພົວພັນສົມທົບກັນຄຸ້ມຄອງດ່ານຊາຍແດນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ສອງຝ່າຍໄດ້ສົມທົບກັນແກ້ໄຂລະບຽບການໃຫ້ຜູ້ເຂົ້າ-ອອກເມືອງໄດ້ 1.017.872 ເທື່ອຄົນ; ພາຫະນະ 38.585 ຄັນ ແລະສິນຄ້ານັບຫຼາຍພັນໂຕນ...

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບາງເນື້ອໃນຄວນເພີ່ມທະວີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ, ເປັນປະຈໍາໃນໄລຍະຈະມາເຖິງ ຄື: ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄວບຄຸມດ່ານຊາຍແດນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ລາດຕະເວນສອງຝ່າຍ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆ, ປ້ອງກັນ, ຕ້ານພະຍາດໂຄວິດ-19...

ໂດຍ: ທະນາພອນ