leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: vtv.vn.

“ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບເລື່ອງ ຈີນ ດໍາເນີນການຊ້ອມຮົບຢູ່ເຂດທະເລຕາເວັນອອກທີ່ໄດ້ຍົກອອກມາໃນບົດຄຳເຫັນຂອງໂຄສົກກະຊວງການຕ່າງປະເທດ ໃນວັນທີ 26 ສິງຫາ 2020 ແລ້ວ. ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນທຸກການເຄື່ອນໄຫວຢູ່ໝູ່ເກາະຮວ່າງຊາ ແລະໝູ່ເກາະເຈື່ອງຊາ ຂອງຫວຽດນາມ ເຊິ່ງບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ແມ່ນການລະເມີດອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະດັ່ງກ່າວ, ບໍ່ມີຜົນປະໂຫຍດໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ”.

ໂດຍ: ໄຊຊະນະ