leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຢຸຍດົງ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫວູດຶກດາມ ຮັບຮູ້, ຕີລາຄາສູງຄະນະພັກ, ກອງບັນຊາການທະຫານຊາຍແດນ ທີ່ໄດ້ຈັດຕັ້ງຊາບຊຶມ, ຊີ້ນໍາ, ນໍາພາບັນດາອົງການ, ກົມກອງຜັນຂະຫຍາຍປະຕິບັດມາດຕະການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດດ້ວຍທິດນໍາ “ຕ້ານພະຍາດຄືຕ້ານສັດຕູ”; ເປັນເຈົ້າການກໍ່ສ້າງ, ຜັນຂະຫຍາຍແຜນການ, ວິທີການປ້ອງກັນຕ້ານພະຍາດ, ປະສານສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງຢູ່ເຂດຊາຍແດນ ແລະອໍານາດການປົກຄອງທ້ອງຖິ່ນທຸກຂັ້ນຈັດຕັ້ງການລາດຕະເວນ, ຄວບຄຸມດ່ານທ້ອງຖິ່ນ, ດ່ານປະເພນີຢ່າງເຂັ້ມງວດ; ປະຕິບັດສໍາເລັດທັງ 2 ໜ້າທີ່,  ແມ່ນທັງປະຕິບັດໜ້າທີ່ເປັນປະຈໍາ, ຝຶກແອບ ແລະກຽມພ້ອມສູ້ຮົບ, ທັງປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນ  ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຢຸຍດົງ.

ທ່ານ ຫວູດຶກດາມ ສະເໜີບັນດາອົງການ, ກົມກອງໃນທົ່ວກໍາລັງຊາບຊຶມ, ປະຕິບັດການຊີ້ນໍາຂອງຂັ້ນເທິງກ່ຽວກັບມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19  ແລະຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພະຍາດຢ່າງຂ້ຽວຂາດ.

ທ່ານ ຫວູດຶກດາມ  ກໍ່ສະເໜີຄະນະພັກ, ກອງບັນຊາການທະຫານຊາຍແດນ ຄວນສືບຕໍ່ຍູ້ແຮງວຽກງານສຶກສາອົບຮົມດ້ານການເມືອງໃຫ້ແກ່ພະນັກງານ, ນັກຮົບຍົກສູງສະຕິຄວາມຮັບຜິດຊອບໃນການປະຕິບັດສອງໜ້າທີ່, ທັງຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວສົ່ງອອກ, ຂົນສົ່ງສິນຄ້າຜ່ານຊາຍແດນທັງເຂົ້າຮ່ວມການປ້ອງກັນຕ້ານພະຍາດໂຄວິດ-19 ໃຫ້ຖືກຕາມການຊີ້ນໍາຂອງນາຍົກລັດຖະມົນຕີ.

ໂດຍ: ທູຈາງ