ເມື່ອສະແດງຄວາມຄິດເຫັນກ່ຽວກັບເລື່ອງສື່ມວນຊົນ ຈີນ ໄດ້ເອົາວິດີໂອກ່ຽວກັບບັນດາການຊ້ອມຮົບຂອງປະເທດນີ້ລົງຢູ່ອິນເຕີແນັດຫວ່າງແລ້ວນີ້, ໃນນັ້ນມີການຜັນຂະຫຍາຍເຮືອບິນສູ້ຮົບໄປຍັງເຂດລານຫີນຊູບີ ສັງກັດໝູ່ເກາະເຈື່ອງຊາ ຂອງຫວຽດນາມ, ໃນການຖະແຫຼງຂ່າວນັດສາມັນທີ່ໄດ້ດໍາເນີນໃນຕອນບ່າຍວັນທີ 6 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ: “ກ່ອນອື່ນໝົດ, ສາມາດຢັ້ງຢືນໄດ້ວ່າໝູ່ເກາະຮວ່າງຊາ ແລະເຈື່ອງຊາແມ່ນເຂດນ້ຳແດນດິນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມ ໄດ້”.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທ່ານນາງ ເລທິທູຮັ່ງ  ຢັ້ງຢືນວ່າ: “ທຸກໆການເຄື່ອນໄຫວທີ່ບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ຢູ່ສອງໝູ່ເກາະນີ້ແມ່ນລະເມີດອະທິປະໄຕຂອງຫວຽດນາມ, ບໍ່ມີຄຸນຄ່າ ແລະບໍ່ມີຜົນປະໂຫຍດຕໍ່ສັນຕິພາບ ແລະສະຖຽນລະພາບຢູ່ທະເລຕາເວັນອອກ. ຫວຽດນາມເດັດດ່ຽວຄັດຄ້ານ”.

ກ່ອນໜ້ານັ້ນ, ສື່ມວນຊົນຈີນ ໃຫ້ຂ່າວວ່າ ປັກກິ່ງ ຫາກໍ່ຜັນຂະຫຍາຍກໍາປັ່ນສູ້ຮົບ ແລະເຮືອບິນສູ້ຮົບໄປຍັງບັນດາຮາກຖານເຊິ່ງປະເທດນີ້ໄດ້ກໍ່ສ້າງຜິດກົດໝາຍຢູ່ໝູ່ເກາະ ເຈື່ອງຊາ ທີ່ເປັນອະທິປະໄຕຂອງຫວຽດນາມ.

ໂດຍ: ໄຊຊະນະ