ກໍາລັງສອງຝ່າຍໄດ້ດໍາເນີນການລາດຕະເວນເສັ້ນຊາຍແດນຫວຽດນາມ-ລາວ ຕອນແຕ່ຫຼັກໝາຍຊາຍແດນເລກທີ 371  ເຖິງຫຼັກໝາຍຊາຍແດນເລກທີ 372. ພາຍຫຼັງການລາດຕະເວນຮ່ວມເປັນເວລາ 5 ຊົ່ວໂມງ, ກໍາລັງສອງຝ່າຍໄດ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບສະພາບດິນຟ້າອາກາດແດດຮ້ອນ ແລະພູມີປະເທດທຸລະກັນດານເພື່ອດຳເນີນການກວດກາຫຼັກໝາຍຊາຍແດນ, ແລກປ່ຽນບັນດາເນື້ອໃນກ່ຽວຂ້ອງເຖິງວຽກງານປົກປັກຮັກສາຊາຍແດນ, ປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ຫົວໜ້າກອງລາດຕະເວນສອງຝ່າຍມອບບົດບັນທຶກຊ່ວຍຈໍາກ່ຽວກັບການລາດຕະເວນຮ່ວມ. ພາບ: truyenhinhnghean.vn.

ຜ່ານການກວດກາເຫັນວ່າ, ເສັ້ນຊາຍແດນໄດ້ຮັບປະກັນສະພາບເດີ່ມ, ບໍ່ຖືກເຄື່ອນຍ້າຍ; ບໍ່ມີກໍລະນີລະເມີດກົດໝາຍ, ລະເມີດກົດລະບຽບຊາຍແດນ, ແຊກຊຶມ, ຂ້າມຊາຍແດນຢ່າງຜິດກົດໝາຍ. ນີ້ແມ່ນການເຄື່ອນໄຫວສົມທົບກັນລະຫວ່າງສອງກົມກອງເພື່ອແນໃສ່ປັບປຸງ ແລະເພີ່ມທະວີການຮ່ວມມືກ່ຽວກັບການປົກປັກຮັກສາ, ຄຸ້ມຄອງຊາຍແດນ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື, ພ້ອມກັນພັດທະນາ ແລະສະກັດກັ້ນການແຊກຊຶມ, ຂ້າມຊາຍແດນຢ່າງຜິດກົດໝາຍ.

ໂດຍ: ຄໍາແພງ