ບາງຄົນຈາກກຳປັ່ນຂອງຈີນ ໄດ້ເຂົ້າກຳປັ່ນຫາປາຂອງຫວຽດນາມ ດູດນ້ຳອອກ ແລະນຳຊາວປະມົງຫວຽດນາມ ກັບຄືນກຳປັ່ນຂອງຕົນ. ກ່ອນທີ່ອອກຈາກກຳປັ່ນຫາປາຂອງຫວຽດນາມ, ຝ່າຍຈີນ ໄດ້ໃຊ້ຄວາມຮຸນແຮງບັງຄັບໃຫ້ກັບຕັນເຮືອຫາປາແປະໂປ້ມືໃສ່ເອກະສານເປັນພາສາຕ່າງປະເທດ ແລະຢືດເອົາສິນໃນນ້ຳ, ອຸປະກອນຫາປາ ແລະອຸປະກອນຂອງກຳປັ່ນ QNg 96416 TS ຈໍານວນຫຼາຍ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່່າງປະເທດຫວຽດນາມ. ພາບ: tuoitre.vn.

ວັນທີ 10 ມິຖຸນາ, ກົມກົງສູນ, ກະຊວງການຕ່າງປະເທດ ແລະສະຖານທູດຫວຽດນາມ ປະຈຳ ປັກກິ່ງ ໄດ້ແລກປ່ຽນກັບຝ່າຍ ຈີນ ຢືນຢັນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮວ່າງຊາ, ຮຽກຮ້ອງຝ່າຍ ຈີນ ດຳເນີນການສືບສວນ, ກວດກາຂ່າວກ່ຽວຂ້ອງເຖິງເຫດດັ່ງກ່າວ ແລະແຈ້ງຜົນການກວດກາໃຫ້ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເພື່ອສືບຕໍ່ສົມທົບກັນແກ້ໄຂ.

ວັນທີ 12 ມິຖຸນາ, ກຳປັ່ນໝາຍເລກ QNg 96416TS  ແລະຊາວປະມົງທຸກຄົນຢູ່ກຳປັ່ນໄດ້ກັບມາທ່າກຳປັ່ນຊາກີ່, ແຂວງກວ໋າງຫງາຍ ຢ່າງປອດໄພ. ປະຈຸບັນ, ບັນດາຊາວປະມົງ ກຳລັງແຍກປ່ຽວຢູ່ສູນການແພດບິ່ງເຊິນ, ກວ໋າງຫງາຍ, ຕາມຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19. ປະຈຸບັນບັນດາອົງການກ່ຽວຂ້ອງຂອງຫວຽດນາມ ພວມຕັ້ງໜ້າເກັບກຳ ແລະກວດກາຂໍ້ມູນ ແລະຈະສືບຕໍ່ມີບັນດາມາດຕະການປະຊາສຳພັນກັບຝ່າຍຈີນ, ເດັດດ່ຽວປົກປັກຮັກສາອະທິປະໄຕກໍ່ຄືສິດ ແລະຜົນປະໂຫຍດອັນຊອບທຳຂອງຊາວປະມົງຫວຽດນາມ.

ໂດຍ: ແສງເດືອນ