ທີ່ກອງປະຊຸມ, ພະແນກອຸດສາຫະກໍາ ແລະການຄ້າບັນດາແຂວງໄດ້ແລກປ່ຽນກ່ຽວກັບສະພາບການສົ່ງອອກ-ນໍາເຂົ້າຜ່ານຊາຍແດນກັບກໍາປູເຈຍ ແລະບັນດາການເຄື່ອນໄຫວເພື່ອແນໃສ່ຮັບປະກັນການສົ່ງອອກ-ນໍາເຂົ້າສິນຄ້າລະຫວ່າງຫວຽດນາມ ແລະກໍາປູເຈຍ ດໍາເນີນຢ່າງປົກກະຕິ, ຕໍ່ເນື່ອງ, ພ້ອມທັງຮັບປະກັບປ້ອງກັນ, ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19. ກອງປະຊຸມກໍ່ຍົກອອກບາງຂໍ້ສະເໜີແນະເພື່ອແນໃສ່ສ້າງເງື່ອນໄຂໃຫ້ການເຄື່ອນໄຫວແລກປ່ຽນສິນຄ້າລະຫວ່າງສອງຝ່າຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ເຟືອງຮັ່ງ.

ອົງການການຄ້າຫວຽດນາມ ປະຈໍາ ກໍາປູເຈຍ ໄດ້ສະຫຼຸບກ່ຽວກັບສະພາບການດ້ານເສດຖະກິດ-ສັງຄົມຢູ່ກໍາປູເຈຍ ແລະບັນດາມາດຕະການຄວບຄຸມເຊື້ອພະຍາດຂອງກໍາປູເຈຍ, ບັນດາຄວາມຫຍຸ້ງຍາກທີ່ວິສາຫະກິດປະສົບໃນການແລກປ່ຽນສິນຄ້າສົ່ງອອກ-ນໍາເຂົ້າກັບ ກໍາປູເຈຍ ໃນສະພາບການເຊື້ອພະຍາດໂຄວິດ-19 ໃນປະຈຸບັນ ແລະວາງອອກບາງຂໍ້ສະເໜີແນະເພື່ອແນໃສ່ຊຸກຍູ້ການແລກປ່ຽນສິນຄ້າລະຫວ່າງບັນດາແຂວງຢູ່ເຂດຊາຍແດນຫວຽດນາມ-ກໍາປູເຈຍ ເວົ້າສະເພາະ ແລະເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ-ກໍາປູເຈຍ ເວົ້າລວມ.

ສິ້ນສຸດກອງປະຊຸມ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລະພະແນກອຸດສາຫະກໍາ ແລະການຄ້າບັນດາແຂວງທີ່ມີເສັ້ນຊາຍແດນຕິດກັບກໍາປູເຈຍ ໄດ້ສະແດງຄວາມຕັດສິນໃຈສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວສົ່ງອອກ-ນໍາເຂົ້າກັບກໍາປູເຈຍ ກໍ່ຄືກະກຽມຍູ້ແຮງການຜະລິດ, ດໍາເນີນທຸລະກິດ ແລະພັດທະນາຕະຫຼາດໃນໄລຍະໃໝ່ເຊິ່ງທັງສອງປະເທດລ້ວນແຕ່ຄວບຄຸມເຊື້ອພະຍາດໂຄວິດ-19 ໄດ້ຢ່າງສົມບູນ.

ໂດຍ: ຈາງຫງວຽນ