ປະຈຸບັນ ຫວຽດນາມ ພວມສຸມໃສ່ປະຕິບັດບົດບາດເປັນປະທານອາຊຽນ ປີ 2020 ເປັນຢ່າງດີ. ໃນໄລຍະຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຍ້ອນການຜັນແປຢ່າງສັບສົນຂອງເຊື້ອພະຍາດໂຄວິດ-19 ກໍ່ຕາມ, ແຕ່ຫວຽດນາມ ໄດ້ ແລະພວມເສີມຂະຫຍາຍບົດບາດເປັນປະທານໃນການຊຸກຍູ້ຄວາມສາມັກຄີ, ເປັນເຈົ້າການຮັບມືຂອງອາຊຽນ ຕໍ່ໂລກລະບາດ, ສືບຕໍ່ຮັກສາທ່າຮ່ວມມື, ຜັນຂະຫຍາຍບັນດາບຸລິມະສິດໃນປີ 2020 ໃຫ້ມີປະສິດທິຜົນ. ໃນອາຊຽນ  ຍັງບໍ່ທັນມີຄຳຄິດຄຳເຫັນໃດທີ່ສະເໜີໃຫ້ແກ່ຍາວອາຍຸການເປັນປະທານຂອງຫວຽດນາມ”.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ກໍ່ຢູ່ທີ່ກອງປະຊຸມຂ່າວ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ຫວຽດນາມ ໄດ້ພ້ອມກັບ ອາເມລິກາ, ຍີ່ປຸ່ນ, ສ. ເກົາຫຼີ, ອິນເດຍ, ອົດສະຕາລີ ແລະນິວຊີແລນ ດຳເນີນການໂອ້ລົມຜ່ານທາງໂທລະສັບຢ່າງບໍ່ເປັນທາງການ, ໃນນັ້ນ, ຫວຽດນາມ ພ້ອມກັບບັນດາປະເທດ ໄດ້ສຸມໃສ່ອັບເດດສະພາບການຂອງໂລກລະບາດພາຍໃນປະເທດ, ຢູ່ພາກພື້ນ ແລະໃນໂລກ; ແບ່ງປັນບົດຮຽນ ແລະມາດຕະການປ້ອງກັນ, ຕ້ານໂລກລະບາດ ກໍຄືບັນດາຮູບການຮ່ວມມືຢ່າງມີປະສິດທິຜົນໃນວຽກງານປົກປ້ອງພົນລະເມືອງ, ສະໜອງວັດຖຸອຸປະກອນການແພດ ກໍຄືສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເປີດປະຕູ ແລະຟື້ນຟູພື້ນຖານເສດຖະກິດຫຼັງໂຄວິດ-19.

ຫວຽດນາມ ເຊື່ອໝັ້ນວ່າ ຜ່ານບັນດາກົນໄກຮ່ວມມື, ແລກປ່ຽນ, ໂອ້ລົມທາງໂທລະສັບດ້ວຍຈິດໃຈສ້າງສັນ ແລະມີຄວາມຮັບຜິດຊອບ, ບັນດາປະເທດ ແລະປະຊາຄົມໂລກຈະຮ່ວມກັນຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ, ພ້ອມທັງຟື້ນຟູພັດທະນາເສດຖະກິດ-ສັງຄົມ.

* ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ຂ້າພະເຈົ້າຂໍຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ແລະພື້ນຖານນິຕິກຳຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ຢ່າງເໝາະສົມກັບກົດໝາຍສາກົນ. ທຸກການເຄື່ອນໄຫວຂອງບັນດາຝ່າຍຢູ່ສອງໝູ່ເກາະນີ້ ເຊິ່ງບໍ່ໄດ້ຮັບອະນຸຍາດຈາກຫວຽດນາມ ລ້ວນແຕ່ໄຮ້ຄຸນຄ່າ”.

ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ໃນສະພາບການຢູ່ພາກພື້ນ ແລະສາກົນຄືປະຈຸບັນ, ຫວຽດນາມ ສະເໜີໃຫ້ບັນດາຝ່າຍບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ.

ໂດຍ: ສົມເພັດ