leftcenterrightdel
ເຮືອຫາປາຂອງຊາວປະມົງຢູ່ໝູ່ເກາະເຈື່ອງຊາ, ແຂວງແຄ໊ງຮວ່າ. ພາບ: ສໍານັກຂ່າວສານຫວຽດນາມ.

ອົງການຄຸ້ມຄອງອາຊີບຫາປາ ຈີນ ປະຕິບັດການຢຸດຕິການຫາປາຊົ່ວຄາວທີ່ມີກໍານົດເວລາ ແຕ່ເວລາ 12:00 ໂມງຂອງວັນທີ 1 ພຶດສະພາ 2020 ເຖິງເວລາ 12:00 ໂມງຂອງວັນທີ 16 ສິງຫາ 2020 ຢູ່ບັນດາເຂດທະເລ; ໃນນັ້ນມີເຂດທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ. ຕໍ່ໜ້າສະພາບການດັ່ງກ່າວ, ກະຊວງກະສິກໍາ ແລະພັດທະນາຊົນນະບົດ ຈຶ່ງແຈ້ງມາຍັງເພື່ອຊາບ ແລະສະເໜີໃຫ້ຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນແຄມທະເລ ເພື່ອແຈ້ງໃຫ້ຊາວປະມົງໄດ້ຮັບຊາບກ່ຽວກັບເລື່ອງນີ້ ແລະຢັ້ງຢືນວ່າເລື່ອງ ຈີນ ຢຸດຕິການຫາປາຊົ່ວຄາວຢູ່ບັນດາເຂດຂຶ້ນກັບອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ ແມ່ນບໍ່ມີຄຸນຄ່າ. ບັນດາແຂວງ, ນະຄອນ ຈົ່ງລະດົມກໍາລັງໃຈຊາວປະມົງໃຫ້ໃກ້ຊິດຕິດແທດກັບທະເລ ແລະດໍາເນີນການຫາປາໃນເຂດທະເລຂອງຫວຽດນາມ ເປັນປົກກະຕິ ແລະແນະນໍາໃຫ້ຈັດຕັ້ງການຫາປາເປັນກຸ່ມເປັນກ້ອນເພື່ອໜູນຊ່ວຍກັນບົນທະເລ.

ໂດຍ: ໄຊຊະນະ