ກອງທຶນ “ເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ-ເພື່ອແນວໜ້າປະເທດຊາດ” ໄດ້ສ້າງຕັ້ງເລີ່ມຕົ້ນມາຈາກນໍ້າໃຈອັນດີງາມຂອງປະຊາຊົນນະຄອນໂຮ່ຈີມິນ ພ້ອມກັນມຸ່ງໄປເຖິງທະເລ, ໝູ່ເກາະແຫ່ງສັກກາລະບູຊາ. ວັນທີ 17 ເດືອນເມສາ 2009, ຄະນະປະຈໍາຄະນະພັກນະຄອນໂຮ່ຈີມິນ ໄດ້ຕົກລົງສ້າງຕັ້ງ ແລະເປີດຕົວຄະນະຂົນຂວາຍກອງທຶນ “ເພື່ອເຈື່ອງຊາ ທີ່ຮັກແພງ” ໂດຍທ່ານ ປອ.ເຈິ່ນແທ່ງລອງ ປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ເປັນຫົວໜ້າຄະນະ. ພາຍຫຼັງການຜັນຂະຫຍາຍມາໄດ້ໄລຍະໜຶ່ງ, ກອງທຶນ “ເພື່ອເຈື່ອງຊາ ທີ່ຮັກແພງ” ໄດ້ມີການພັດທະນາ ແລະປ່ຽນຊື່ມາເປັນກອງທຶນ “ເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ-ເພື່ອແນວໜ້າປະເທດຊາດ” ແຕ່ປີ 2014, ດ້ວຍຫຼາຍຮູບການຂົນຂວາຍ ແລະໄດ້ຮັບການຕອບສະໜອງຈາກຫຼາຍຄົນ. ກໍາລັງແຜ່ຂະຫຍາຍຂອງກອງທຶນໄດ້ຊ່ວຍຄົນຮຸ່ນໜຸ່ມ, ນັກຮຽນ, ນັກສຶກສານະຄອນເອົາໃຈໃສ່, ຊອກຮູ້ກ່ຽວກັບການດໍາລົງຊີວິດຂອງພະນັກງານ, ນັກຮົບ ແລະຊາວປະມົງຢູ່ເຂດທະເລຫຼາຍຢ່າງກວ່າເກົ່າ.

leftcenterrightdel
ຜູ້ຕາງໜ້າຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ຮັບການບໍລິຈາກກໍ່ສ້າງສຸກສາລາເກາະນາມອຽດ. ພາບ: qdnd.vn.

ໃນຕະຫຼອດ 10 ປີຜ່ານມາ, ກອງທຶນໄດ້ຮັບການສະໜັບສະໜູນຈາກປະຊາຊົນຫຼາຍລ້ານຄົນ, ບັນດາວິສາຫະກິດ, ກົມກອງຢູ່ນະຄອນດ້ວຍຈໍານວນເງິນທັງໝົດແມ່ນ 334 ຕື້ດົ່ງ. ກອງທຶນໄດ້ຫັກເງິນຈຳນວນກວ່າ 288 ຕື້ດົ່ງເພື່ອສະໜັບສະໜູນແນວໜ້າ, ເບິ່ງແຍງດູແລແນວຫຼັງ, ຄື: ຈັດຕັ້ງບັນດາຄະນະຜູ້ແທນໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ນັກຮົບ ແລະປະຊາຊົນຢູ່ເມືອງເກາະເຈື່ອງຊາ, ຮ້ານເວນຍາມ DK1 ແລະບັນດາເກາະຢູ່ຕາເວັນຕົກສ່ຽງໃຕ້ຂອງປະເທດໂດຍກົງ; ພິເສດ, ຈັດຕັ້ງການຕ້ອນຮັບພະນັກງານ, ນັກຮົບໄດ້ 206 ຄົນທີ່ກໍາລັງປະຕິບັດໜ້າທີ່ປົກປັກຮັກສາຊາຍແດນ, ທະເລ, ໝູ່ເກາະຂອງປະເທດກັບມາຢ້ຽມຢາມນະຄອນໂຮ່ຈີມິນ ເພື່ອສ້າງຄວາມສະໜິດຕິດພັນ, ຮັດແໜ້ນນໍ້າໃຈລະຫວ່າງແນວຫຼັງທີ່ຢູ່ເຂດດິນຕໍ່ແຜ່ນ ແລະແນວໜ້າ…

ທ່ານພົນຈັດຕະວາ ຫງວຽນດຶກເວື້ອງ ຫົວໜ້າການເມືອງກອງບັນຊາການທະຫານເຮືອເຂດ 4 ໃຫ້ຮູ້ວ່າ: “ໃນຊຸມປີຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ອັນໃຫຍ່ຫຼວງຈາກພັກ, ລັດ ແລະບັນດາທ້ອງຖິ່ນ, ພິເສດແມ່ນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ມີຄວາມຮັບຜິດຊອບ, ມີຄວາມຮັກແພງຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນນະຄອນໂຮ່ຈີມິນ ຜ່ານການເຄື່ອນໄຫວຂອງກອງທຶນ “ເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ-ເພື່ອແນວໜ້າປະເທດຊາດ”. ຍ້ອນມີຄວາມເອົາໃຈໃສ່, ການໜູນຊ່ວຍທີ່ແທດຈິງນັ້ນ, ເຈື່ອງຊາ ປະຈຸບັນນີ້ຈຶ່ງມີການພັດທະນາດ້ວຍໂສມໜ້າໃໝ່, ບັນຍາກາດ ແລະຈິດໃຈໃໝ່”.

ສໍາລັບນໍ້າໃຈ ແລະຄວາມຮັບຜິດຊອບຂອງແນວຫຼັງ, ນະຄອນໂຮ່ຈີມິນ ສືບຕໍ່ຂົນຂວາຍ, ເສີມຂະຫຍາຍກອງທຶນ “ເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ-ເພື່ອແນວໜ້າປະເທດຊາດ” ຢ່າງມີປະສິດທິຜົນ, ສ້າງກໍາລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງກວ່າອີກເພື່ອສະໜັບສະໜູນ, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນຢູ່ເມືອງເກາະເຈື່ອງຊາ, ຊາວປະມົງ ແລະພໍ່ແມ່ປະຊາຊົນທີ່ຢູ່ເຂດຊາຍແດນໃນທົ່ວປະເທດ. ແຕ່ກ່ອນປີໃໝ່ 2020, ຄະນະປະຈໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມ ແລະການບໍລິຈາກກໍ່ສ້າງສຸກສາລາຢູ່ເກາະນາມອຽດ ເພື່ອແນໃສ່ເບິ່ງແຍງດູແລສຸຂະພາບໃຫ້ພະນັກງານ, ນັກຮົບ ແລະປະຊາຊົນ. ທ່ານນາງ ຫວໍ້ທິຢຸງ ຮອງເລຂາພັກນະຄອນໂຮ່ຈີມິນ ເນັ້ນໜັກວ່າ: “ທຸກຂັ້ນ, ທຸກຂະແໜງການຂອງນະຄອນຄວນໂຄສະນາເຜີຍແຜ່ເປັນປະຈໍາ, ແຈ້ງໃຫ້ຮັບຊາບເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈຕໍ່ແຜນນະໂຍບາຍ, ນະໂຍບາຍຂອງພັກສໍາລັບອະທິປະໄຕທະເລ, ໝູ່ເກາະ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ນໍ້າໃຈຂອງຕົນດ້ວຍການກະທໍາ, ການເຮັດວຽກທີ່ແທດຈິງເພື່ອເຈື່ອງຊາ.

ໂດຍ: ຈາງຫງວຽນ