ຈາກໃຈກາງຕາແສງເຊີນກິມ 1, ພວກຂ້າພະເຈົ້າໄດ້ຜ່ານກິ່ວດ້ວຍຄວາມຍາວ 20 ກິໂລແມັດ ເພື່ອໄປຮອດປ້ອມທະຫານຊາຍແດນດ່ານສາກົນເກົ່າແຈວ ສັງກັດຄ້າຍທະຫານຊາຍແດນດ່ານສາກົນເກົ່າແຈວ, ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ. ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າ, ທ່ານພັນເອກ ໂຮ່ນັງບ໋າວ, ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ໄດ້ແນະນໍາກ່ຽວກັບສະຖານທີ່ເຊິ່ງຄະນະປະຕິບັດງານຈະໄປຮອດ. ຜ່ານນັ້ນໄດ້ຊ່ວຍໃຫ້ພວກຂ້າພະເຈົ້າ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບບັນດາຄວາມຫຍຸ້ງຍາກລໍາບາກຂອງພະນັກງານ, ນັກຮົບຢູ່ເຂດຊາຍແດນຂອງປະເທດຊາດ. ດ່ານສາກົນເກົ່າແຈວ ນອນຢູ່ເທິງຈອມສາຍພູຫຼວງ, ນີ້ກໍ່ແມ່ນທີ່ຕັ້ງທີ່ມີຄວາມສະດຸ້ງໄວຢູ່ເຂດຊາຍແດນຫວຽດນາມ-ລາວ. ຍ້ອນເຫດນັ້ນ, ພະນັກງານ, ນັກຮົບທະຫານຊາຍແດນຢູ່ທີ່ນີ້ມີບາງຄົນຕ້ອງເຮັດວຽກຫຼາຍເທົ່າກັບສອງຄົນເພື່ອສໍາເລັດໜ້າທີ່. ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່, ລະດູບານໃໝ່ວຽນມາ, ປະລິມານສິນຄ້າ ແລະພາຫະນະໄປມາຜ່ານດ່ານສາກົນເພີ່ມຂຶ້ນທົບຫຼາຍເທົ່າເມື່ອທຽບໃສ່ວັນທໍາມະດາ. ເຖິງວ່າໄດ້ເພີ່ມທະວີກໍາລັງແລ້ວກໍ່ຕາມ, ແຕ່ມີພະນັກງານຂອງປ້ອມຫຼາຍຄົນຍັງຕ້ອງຕ້ອນຮັບບຸນເຕັດຢູ່ກົມກອງຫຼັງຈາກນັ້ນຈຶ່ງໄດ້ກັບເມືອຕ້ອນຮັບບຸນເຕັດພ້ອມກັບຄອບຄົວ, ຍາດຕີພີ່ນ້ອງຂອງຕົນ. ທ່ານພັນຕີ ເຈິ່ນວັນຊົງ, ຫົວໜ້າປ້ອມທະຫານຊາຍແດນດ່່ານສາກົນເກົ່າແຈວ ໃຫ້ຮູ້ວ່າ: “ໂດຍກໍານົດນີ້ແມ່ນໜ້າທີ່ລວມ, ສະນັ້ນ, ພວກຂ້າພະເຈົ້າຍາມໃດກໍ່ມີຄວາມປະເອີບໃຈ, ເຊື່ອໝັ້ນ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສຳເລັດໜ້າທີ່ເປັນຢ່າງດີ. ບຸນເຕັດຢູ່ກົມກອງກໍ່ບໍ່ແຕກຕ່າງກັບຢູ່ຄອບຄົວປານໃດ”.

leftcenterrightdel
ພະນັກງານ, ນັກຮົບປ້ອມທະຫານຊາຍແດນດ່ານສາກົນເກົ່າແຈວ ສົມທົບກັນລາດຕະເວນປົກປັກຮັກສາບໍລິເວນ. ພາບ: qdnd.vn.

ພວກຂ້າພະເຈົ້າພົບກັບທ່ານ ຫງວຽນຊີ໊ລ້ວນ, ເລຂາພັກຕາແສງເຊີນກິມ 1 ພ້ອມກັບຄະນະພະນັກງານຕາແສງມາປຶກສາຫາລືກ່ຽວກັບການສົມທົບກັບທະຫານຊາຍແດນເພື່ອກະກຽມຈັດຕັ້ງບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດ, ມອບຂອງຂວັນໃຫ້ແກ່ຄອບຄົວຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວທຸກຍາກໃນບໍລິເວນ. ໃນເກືອບ 10 ປີຜ່ານມາ, ຍາມເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີໃດ, ທ່ານ ລ້ວນ ກໍ່ປະວຽກງານຂອງຄອບຄົວໄວ້ເພື່ອມາຕ້ອນຮັບປີໃໝ່ພ້ອມກັບທະຫານຢູ່ກົມກອງ. ທ່ານ ລ້ວນ ເວົ້າວ່າ “ທະຫານຊາຍແດນມີຄວາມໃຈດີທີ່ສຸດ. ປີໃດພວກອ້າຍກໍ່ມອບຂອງຂວັນທີ່ມີຄວາມໝາຍຫຼາຍພູດໃຫ້ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນ".

leftcenterrightdel
ພະນັກງານ, ນັກຮົບປ້ອມທະຫານຊາຍແດນດ່ານສາກົນເກົ່າແຈວມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນ. ພາບ: qdnd.vn.

ພວກຂ້າພະເຈົ້າ ເຫັນແມ່ຍິງບາງຄົນພວມຍົກເຄື່ອງຂອງ. ເອື້ອຍ ຫງວຽນທິຖ້ວນ ທັງຍົກເຂົ້າໜຽວ 2 ຖົງ ແລະເງິນ-ເຊິ່ງແມ່ນຂອງຂວັນໂດຍພະນັກງານ, ນັກຮົບປ້ອມທະຫານຊາຍແດນດ່ານສາກົນເກົ່າແຈວ ມອບໃຫ້, ທັງແບ່ງປັນວ່າ: “ຍ້ອນການດຳລົງຊີວິດຢູ່ບ້ານເກີດເມືອງນອນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນ, ຜົວເມຍຂ້າພະເຈົ້າຈຶ່ງມາທີ່ນີ້ຄ້າຂາຍຫາເງິນລ້ຽງຊີບ. ໂດຍໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຈາກພະນັກງານ, ນັກຮົບປ້ອມທະຫານຊາຍແດນດ່ານສາກົນເກົ່າແຈວ, ສະນັ້ນ, ບຸນເຕັດປີໃດຄອບຄົວຂ້າພະເຈົ້າກໍ່ມີຄວາມອີ່ມໜຳສຳລານ ແລະເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ”.

ລະດູບານໃໝ່ໃກ້ຈະວຽນມາ. ບັນດາລົດບັນທຸກສິນຄ້າຄ່ອຍໆອອກຈາກດ່ານສາກົນເກົ່າແຈວ. ພວກຂ້າພະເຈົ້າເຫັນຄວາມເບີກບານມ່ວນຊື່ນໃນແສງຕາຂອງພະນັກງານ, ນັກຮົບທະຫານຊາຍແດນທີ່ກໍາລັງປະຕິບັດໜ້າທີ່ຢູ່ທີ່ນີ້ຍ້ອນວ່າເຂົາເຈົ້າໄດ້ປະກອບສ່ວນນໍາລະດູບານໃໝ່ອັນອົບອຸ່ນ, ຄວາມສະຫງົບສຸກມາໃຫ້ປະຊາຊົນຢູ່ເຂດຊາຍແດນສອງປະເທດຫວຽດນາມ-ລາວ.

ໂດຍ: ທູຈາງ